ຕອນບ່າຍວັນທີ 19 ມີນາ, ທີ່ຮ່າໂນ້ຍ, ທ່ານ ກາວດຶກຟ໊າດ, ກໍາມະການສູນກາງພັກ, ຮອງຫົວໜ້າຜູ້ປະຈໍາການຄະນະເສດຖະກິດສູນກາງ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໂດຍທ່ານ ບົວສອນ ບຸບຜາວັນ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ເປັນຫົວໜ້າຄະນະ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ຂໍ່ານັບຊົມເຊີຍທ່ານ ບົວສອນ ບຸບຜາວັນ ພ້ອມດ້ວຍຄະນະປະຕິບັດງານຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານ ກາວດຶກຟ໊າດ ໄດ້ແລກປ່ຽນກັບຄະນະກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ປັບປຸງລະບຽບການດ້ານເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມໃຫ້ສົມບູນແບບ, ປ່ຽນແປງໃໝ່ລັດວິສາຫະກິດ, ພັດທະນາເສດຖະກິດພາກເອກະຊົນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງ ແລະປະຕິບັດບັນດາມະຕິຂອງພັກກ່ຽວກັບບັນດາຂົງເຂດດັ່ງກ່າວ.

ທ່ານ ກາວດຶກຟ໊າດ ໄດ້ແບ່ງປັນກັບຄະນະບັນດາບົດຮຽນຂອງຫວຽດນາມ ໃນບັນດາບັນຫາກ່ຽວກັບຊັບສິນທາງປັນຍາ, ປ່ຽນແປງໃໝ່ພາກສ່ວນເສດຖະກິດ, ພັດທະນາເສດຖະກິດຮ່ວມມື, ເພີ່ມທະວີ, ປ່ຽນແປງໃໝ່ວຽກງານການນໍາພາຂອງພັກ ແລະການຄຸ້ມຄອງຂອງລັດ ເພື່ອແນໃສ່ພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງ.

ເມື່ອສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຂອງຄະນະເສດຖະກິດສູນກາງ, ທ່ານ ບົວສອນ ບຸບຜາວັນ ໄດ້ຊົມເຊີຍບັນດາຜົນງານດ້ານເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ. ເມື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ຄະນະຜູ້ແທນລາວ ມີຄວາມສົນໃຈ, ທ່ານ ບົວສອນ ບຸບຜາວັນ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບຄະນະເສດຖະກິດສູນກາງໃນໄລຍະຈະມາເຖິງ.

ໂດຍ: ດັ້ງເກື່ອງ