ທ່ານ ບົວສອນ ບຸບຜາວັນ ສະແດງຄວາມປາດຖະໜາຢາກຊອກຮູ້ປະສົບການໃນການປ່ຽນແປງໃໝ່ລັດວິສາຫະກິດ ແລະສ້າງບັນດາຮູບແບບເສດຖະກິດລວມໝູ່, ສະຫະກອນແບບໃໝ່ຂອງຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ຮູບແບບເສດຖະກິດຢູ່ພາຍໃນປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີລາວ. ພາບ: ແທ່ງຈູງ.

ທ່ານ ເວືອງດິ່ງເຫວ້ ສະແດງຄວາມພ້ອມໃນການໜູນຊ່ວຍ, ແບ່ງປັນບົດຮຽນກັບລາວ ແລະໃຫ້ຮູ້ວ່າ, ການນໍາລັດຖະບານຈະຊີ້ນໍາບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ບໍ່ພຽງແຕ່ແບ່ງປັນບັນດາບົດຮຽນທີ່ບັນລຸຜົນສໍາເລັດເທ່ົານັ້ນ ຫາກນັບທັງບັນດາບົດຮຽນທີ່ປະຕິບັດບໍ່ປະສົບຜົນສຳເລັດໃນເມື່ອກ່ອນອີກດ້ວຍ ເພື່ອໃຫ້ສອງຝ່າຍພ້ອມກັນປຶກສາຫາລື, ຕີລາຄາເຂົ້າໃນການໝູນໃຊ້ໃນພຶດຕິກຳຕົວຈິງ.

ກ່ຽວກັບການພັດທະນາລັດວິສາຫະກິດ, ທ່ານ ເວືອງດິ່ງເຫວ້ ຢືນຢັນວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນຊຸກຍູ້ການຫັນເປັນຫຸ້ນສ່ວນ, ຖອນທຶນ, ນໍາໃຊ້ບັນດາມາດຕະຖານຕາມທໍານຽມຂອງຕະຫຼາດເພື່ອເຮັດໃຫ້ການເຄື່ອນໄຫວຂອງກຸ່ມດັ່ງກ່າວມີຄວາມໂປ່ງໃສພ້ອມທັງແຍກພາລະບົດບາດການຄຸ້ມຄອງຂອງລັດກັບພາລະບົດບາດຕາງໜ້າເຈົ້າຂອງກໍາມະສິດຂອງລັດຢູ່ວິສາຫະກິດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແທ່ງຈູງ.

ທ່ານ ເວືອງດິ່ງເຫວ້ ສະແດງຄວາມປາດຖະໜາວ່າ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຈະທາບທາມບົດຮຽນຫຼາຍຢ່າງທີ່ເໝາະສົມກັບເງື່ອນໄຂເສດຖະກິດ-ສັງຄົມ ເພື່ອຊຸກຍູ້ການປ່ຽນແປງໃໝ່ຮູບແບບເສດຖະກິດຂອງລາວ ໃນໄລຍະຈະມາເຖິງ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດກວ່າອີກ.

ໂດຍ: ເຈິ່ນຮວ່ຽນ