ສອງຝ່າຍໄດ້ຈັດຕັ້ງການລາດຕະເວນຢູ່ຕອນຊາຍແດນແຕ່ຫຼັກໝາຍຊາຍແດນເລກທີ 637 ໄປຮອດຫຼັກໝາຍຊາຍແດນເລກທີ 638. ກອງລາດຕະເວນຂອງສອງກົມກອງໄດ້ດໍາເນີນພິທີເຄົາລົບຫຼັກໝາຍ, ກວດກາລະບົບຫຼັກໝາຍຊາຍແດນ ແລະແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາຊາຍແດນ.

leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນລາໄລ ແລະກອງຮ້ອຍຊາຍແດນ 511 ລາດຕະເວນສອງຝ່າຍ. ພາບ: bienphong.com.vn

ຜົນການລາດຕະເວນສອງຝ່າຍປະກົດວ່າ, ສະພາບການຂອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນບໍ່ຖືກເຄື່ອນຍ້າຍ, ທັບມ້າງ. ຄຽງຂ້າງນັ້ນ, ສະພາບຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ບໍລິເວນເຂດຊາຍແດນທີ່ສອງຝ່າຍຮັບຜິດຊອບແມ່ນມີສະຖຽນລະພາບ. ປະຊາຊົນຢູ່ສອງຝ່າຍຊາຍແດນໄດ້ປະຕິບັດບັນດາຂໍ້ກໍານົດຢູ່ເຂດຊາຍແດນຢ່າງເຂັ້ມງວດ, ບໍ່ມີສະພາບການຂ້າມຊາຍແດນ, ໄປມາຜ່ານຊາຍແດນແບບຜິດກົດໝາຍ.

leftcenterrightdel
ສອງຝ່າຍກວດກາສະພາບຫຼັກໝາຍຊາຍແດນ. ພາບ: bienphong.com.vn.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງກອງປະຊຸມຖອດຖອນບົດຮຽນ, ແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງ, ລົງນາມໃນບົດບັນທຶກ ແລະເຫັນດີເປັນເອກະພາບກັນກ່ຽວກັບການລາດຕະເວນສອງຝ່າຍໃນໄຕມາດທີ 2 ແມ່ນໃຫ້ກອງຮ້ອຍຊາຍແດນ 511 ເປັນເຈົ້າພາບ.

ໂດຍ: ຈາງຫງວຽນ