ໃນລະຫວ່າງວັນທີ 14-16 ມີນາ, ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງແທງຮວ໋າ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງກວານເຊີນ ແລະບັນດາອົງການຄຸ້ມຄອງວັດທະນະທໍາຂອງແຂວງຫົວພັນ (ລາວ) ປະກາດລາຍການທ່ອງທ່ຽວ ກວານເຊີນ-ວຽງໄຊ. ນີ້ແມ່ນລາຍການທ່ອງທ່ຽວທໍາອິດທີ່ເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວລະຫວ່າງແຂວງແທງຮວ໋າ ແລະຫົວພັນ.

leftcenterrightdel
ງານບຸນ ເມືອງເຊຍ ທີ່ເຕັມໄປດ້ວຍສີສັນທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄທ ຢູ່ເມືອງກວານເຊີນ ດໍາເນີນໃນວັນທີ 15 ມີນາ. ພາບ: vnexpress.net

ກ່ອນທີ່ຈະໄປແຂວງຫົວພັນ, ນັກທ່ອງທ່ຽວຈະຄົ້ນຫາບັນດາສະຖານທີ່ທ່ອງທ່ຽວປະຊາຄົມ, ທັດສະນີຍະພາບທໍາມະຊາດຢູ່ເມືອງກວານເຊີນ. ນອກຈາກນັ້ນ, ນັກທ່ອງທ່ຽວຍັງໄດ້ຮັບປະທານອາຫານຂອງຊາວເຜົ່າໄທ, ເຂົ້າຮ່ວມການຂັບລຳຂອງຊາວເຜົ່າໄທ, ຂັບກ່ອມ…

ການນໍາແຂວງແທງຮວ໋າ ຢັ້ງຢືນວ່າ, ລາຍການທ່ອງທ່ຽວ ກວານເຊີນ-ວຽງໄຊ ບໍ່ພຽງແຕ່ເປີດກາລະໂອກາດພັດທະນາການທ່ອງທ່ຽວ, ເສດຖະກິດໃຫ້ບັນດາທ້ອງຖິ່ນເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນເຖິງນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງແຂວງ ແທງຮວ໋າ-ຫົວພັນ ເວົ້າລວມ ແລະສອງເມືອງ ກວານເຊີນ-ວຽງໄຊ ເວົ້າສະເພາະ.

ເມື່ອໄປຮອດ ວຽງໄຊ, ນັກທ່ອງທ່ຽວຈະໄດ້ຢ້ຽມຊົມຖໍ້າຫີນທີ່ສວຍງາມຫຼາຍແຫ່ງ, ມີໂອກາດເຂົ້າຮ່ວມງານບຸນຫົດນໍ້າຂອງປະເທດລ້ານຊ້າງ, ຮັບປະທານບັນດາເຍື່ອງອາຫານທີ່ມີຊື່ສຽງຂອງລາວ ຄື: ເຂົ້າໜຽວ, ລາບ, ໄກ່ປີ້ງສະຫວັນນະເຂດ…

leftcenterrightdel
ປາປີ້ງແມ່ນໍ້າລ່ວງ ແມ່ນອາຫານທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຫຼາຍຄົນ. ພາບ: vnexpress.net.

ທ່ານນາງ ເວືອງທິຫາຍອຽນ ຮອງຫົວໜ້າພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງແທງຮວ໋າ ໃຫ້ຮູ້ວ່າ, ເພື່ອດຶງດູດນັກທ່ອງທ່ຽວຫຼາຍຄົນມາຢ້ຽມຊົມ, ໃນໄລຍະຈະມາເຖິງ, ທ້ອງຖິ່ນຈະສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ,  ຊັບພະຍາກອນມະນຸດ ແລະບັນດາບໍລິການໜູນຊ່ວຍ.

ນອກຈາກນັ້ນ, ແທງຮວ໋າ ຈະມີຫຼາຍນະໂຍບາຍພິເສດເພື່ອແນໃສ່ດຶງດູດບັນດາວິສາຫະກິດທ່ອງທ່ຽວລົງທຶນ, ປະກອບສ່ວນເພື່ອປັບປຸງກໍ່ຄືເປີດກວ້າງການໂຄສະນາເຜີຍແຜ່ໃຫ້ລາຍການທ່ອງທ່ຽວດັ່ງກ່າວ.

ໂດຍ: ຈາງຫງວຽນ