ຕອນເຊົ້າວັນທີ 16 ມີນາ, ຄະນະຜູ້ແທນໂດຍທ່ານພັນເອກພິເສດ ຫງວຽນຮື໊ວເກົ່າ, ຫົວໜ້າກອງບັນຊາການຕໍາຫຼວດແຂວງເງະອານ ນໍາໜ້າໄດ້ເຂົ້າຮ່ວມພິທີມອບ-ຮັບກິດຈະກໍາກໍ່ສ້າງຂຶ້ນກັບບໍລິເວນສໍານັກງານກອງບັນຊາການ ປກສ ແຂວງຊຽງຂວາງ (ລາວ).

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດສະຫຼອງກິດຈະກໍາ. ພາບ: ດຶ໊ກຫວູ.

ກ່າວຄໍາເຫັນທີ່ພິທີມອບ-ຮັບ, ທ່ານພັນເອກພິເສດ ຫງວຽນຮື໊ວເກົ່າ ໃຫ້ຮູ້ວ່າ: ນີ້ແມ່ນກິດຈະກໍາສະແດງໃຫ້ເຫັນອາລົມຈິດຢ່າງຈິງໃຈຂອງແຂວງເງະອານ ເວົ້າລວມ ແລະຕໍາຫຼວດແຂວງເງະອານ ເວົ້າສະເພາະ ສໍາລັບກອງບັນຊາການ ປກສ ແຂວງຊຽງຂວາງ. ຄ່າໃຊ້ຈ່າຍໂດຍພະນັກງານ, ນັກຮົບຕໍາຫຼວດແຂວງເງະອານ ບໍລິຈາກ, ສະໜັບສະໜູນ.

ກ່າວຄໍາເຫັນທີ່ພິທີມອບ-ຮັບກິດຈະກໍາ, ທ່ານພັນເອກ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ໃຫ້ຮູ້ວ່າ: ນີ້ແມ່ນກິດຈະກໍາທີ່ເປັນແບບຢ່າງ, ສະແດງໃຫ້ເຫັນຄວາມສະໜິດຕິດພັນ, ການໜູນຊ່ວຍຂອງຕໍາຫຼວດແຂວງເງະອານ ທີ່ສະຫງວນໃຫ້ກອງບັນຊາການ ປກສ ແຂວງຊຽງຂວາງ.

leftcenterrightdel
ປະຕູໂຂງ, ກຳແພງຂອງກອງບັນຊາການ ປກສ ແຂວງຊຽງຂວາງ ໂດຍຕໍາຫຼວດແຂວງເງະອານ ຊ່ວຍກໍ່ສ້າງໃຫ້. ພາບ: ດຶ໊ກຫວູ.

ທ່ານພັນເອກ ບຸນລົດ ຄຳແພງພັນ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຫວຽດນາມ, ພິເສດແມ່ນຕໍາຫຼວດແຂວງເງະອານ ດ້ວຍບັນດາການເຄື່ອນໄຫວຢ່າງແທດຈິງໄດ້ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບການຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ເວົ້າລວມ ແລະລະຫວ່າງຕໍາຫຼວດແຂວງເງະອານ-ກອງບັນຊາການ ປກສ ແຂວງຊຽງຂວາງ ເວົ້າສະເພາະໃຫ້ນັບມື້ນັບເລິກເຊິ່ງກວ່າອີກ.

ໂດຍ: ກວຽດເຕິມ