ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງສະຫາຍ ຫງວຽນຝູຈ້ອງ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ, ການຢ້ຽມຢາມເພື່ອແນໃສ່ປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ; ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນພິເສດ ແລະໃຫ້ບຸລິມະສິດສູງທີ່ສຸດໃນການເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ.

ການພົວພັນດ້ານການເມືອງນັບມື້ນັບສະໜິດຕິດພັນ ແລະມີຄວາມໄວ້ເນື້ອເຊື່ອໃຈ

ໃນຊຸມປີຜ່ານມາ, ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ. ສອງຝ່າຍໄດ້ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ; ບັນດາເນື້ອໃນຢູ່ກອງປະຊຸມຄັ້ງທີ 39, 40 ຄະນະກໍາມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ - ລາວ ຢ່າງມີປະສິດທິຜົນ ແລະບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ. ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສາຍພົວພັນດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈ, ຮັກສາບົດບາດແກ່ນສານ, ກໍານົດທິດໃນການພົວພັນສອງປະເທດ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການຢ້ຽມຢາມ, ບັນດາການພົບປະລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ, ໂດຍສະເພາະແມ່ນການຢ້ຽມຢາມຕ່າງໆຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ເປັນຢ່າງດີ. ສອງຝ່າຍສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບມູນເຊື້ອສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ຢ່າງເລິກເຊິ່ງກວ້າງຂວາງ, ຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນສໍາຄັນຂອງສອງພັກ, ສອງລັດ; ສົມທົບກັນກໍ່ສ້າງບັນດາກິດຈະກໍາ, ບູລະນະບັນດາເຂດປູສະນີຍະສະຖານປະຫວັດສາດກ່ຽວກັບການພົວພັນແບບພິເສດຫວຽດນາມ - ລາວ ເປັນຢ່າງດີ...

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ ສືບຕໍ່ມີບາດກ້າວພັດທະນາໃໝ່, ເປັນເສົາຄໍ້າສໍາຄັນໃນການພົວພັນສອງປະເທດ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ; ສົມທົບກັນປະຕິບັດອະນຸສັນຍາ ແລະແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ; ສ້າງເສັ້ນຊາຍແດນໃຫ້ມີສະຖຽນລະພາບ ແລະມີການພັດທະນາແບບຍືນຍົງ; ປະຕິບັດສໍາເລັດບັນດາລະບຽບການດ້ານນິຕິກໍາກ່ຽວກັບໂຄງການປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ.

ຄະນະພົວພັນຕ່າງປະເທດສູນກາງພັກ ແລະກະຊວງການຕ່າງປະເທດສອງປະເທດ ໄດ້ສົມທົບກັນຜັນຂະຫຍາຍການປະຕິບັດກົນໄກທາບທາມຄໍາເຫັນຢ່າງມີປະສິດທິຜົນ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ສົ່ງຜົນກະທົບເຖິງແຕ່ລະປະເທດ ແລະການພົວພັນລະຫວ່າງສອງປະເທດເປັນປະຈໍາ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຮ່ວມມືຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ, ສະຫະປະຊາຊາດ...

ການພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະແທດຈິງ

ບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ-ກໍ່ສ້າງ ແລະວິທະຍາສາດເຕັກນິກມີການຫັນປ່ຽນຢ່າງຕັ້ງໜ້າ. ສອງຝ່າຍໄດ້ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍບັນດາສັນຍາຮ່ວມມືລະຫວ່າງລັດຖະບານສອງປະເທດ ແລະບັນດາເນື້ອໃນທີ່ກອງປະຊຸມຄັ້ງທີ 39, 40, 41 ຂອງຄະນະກໍາມະການລະຫວ່າງລັດຖະບານ ຢ່າງມີປະສິດທິຜົນ, ເພີ່ມທະວີການແນະນໍາ, ກວດກາ, ກະຕຸກຊຸກຍູ້, ເປັນເຈົ້າການໃນການແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຕິດຂັດ, ສ້າງກອບນິຕິກໍາຢ່າງຄົບຊຸດເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະການຄ້າ...

ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍສັນຍາການຄ້າສອງຝ່າຍ (ສະບັບໃໝ່), ສັນຍາການຄ້າຊາຍແດນ, ອະນຸສັນຍາສະບັບປັບປຸງສັນຍາສິນຄ້າຜ່ານແດນຫວຽດນາມ - ລາວ; ຜັນຂະຫຍາຍກົນໄກ “ປະຕູດຽວ, ຢຸດເທື່ອດຽວ” ຢູ່ດ່ານຊາຍແດນສາກົນ ລາວບາວ - ແດນສະຫວັນ, ຈັດຕັ້ງການສົ່ງເສີມດ້ານການຄ້າ, ງານຕະຫຼາດນັດ, ກອງປະຊຸມສໍາມະນາ; ລົງນາມໃນອະນຸສັນຍາ (ສະບັບປັບປຸງ, ເພີ່ມເຕີມ) ສັນຍາສິນຄ້າຜ່ານແດນຫວຽດນາມ - ລາວ. ປີ 2018, ວົງເງິນການຄ້າສອງສົ້ນບັນລຸເກືອບ 1 ຕື້ໂດລາສະຫະລັດ.

ສອງຝ່າຍໄດ້ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ ແລະກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ຕັ້ງໜ້າຜັນຂະຫຍາຍແຜນຮ່າງຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2011-2020; ດໍາເນີນກອງປະຊຸມສະຫຼຸບ, ຕີລາຄາການຮ່ວມມືດ້ານການສຶກສາ-ກໍ່ສ້າງ ໄລຍະ 2011-2015 ແລະກໍານົດທິດທາງການຮ່ວມມືໄລຍະ 2016-2020; ສົມທົບກັນຍູ້ແຮງຂະບວນການຮຽນພາສາຫວຽດນາມ ຢູ່ບັນດາໂຮງຮຽນ ແລະບັນດາສຳນັກງານອົງການຂອງລາວ.

ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດແຫ່ງສສ.ຫວຽດນາມ ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບແຜນນະໂຍບາຍ, ກໍານົດທິດບັນດາເນື້ອໃນການຮ່ວມມື, ມາດຕະການໃຫຍ່ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືລະຫວ່າງ ຫວຽດນາມ - ລາວ ໃນທຸກຂົງເຂດ.

ໂດຍໄດ້ດໍາເນີນໃນປີບານພັບ ເຊິ່ງຫວຽດນາມ ແລະລາວ ໄດ້ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ, ການຢ້ຽມຢາມ ສປປ ລາວ ຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ. ຫວຽດນາມ ຍັງເປັນການຢັ້ງຢືນເຖິງການສະໜັບສະໜູນຢ່າງຮອບດ້ານຂອງຫວຽດນາມ ຕໍ່ກິດຈະການປ່ຽນແປງໃໝ່, ການປົກປັກຮັກສາ ແລະສ້າງສາພັດທະນາປະເທດລາວ, ໂດຍສະເພາະແມ່ນການປະຕິບັດຄາດໝາຍກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ.

ໂດຍ: ໄຊຊະນະ