ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ບຸບຜາ ສີພົມມາ ໄດ້ລາຍງານໝາກຜົນພາຍຫຼັງເຮັດວຽກສອງວັນຜ່ານມາພາຍໃຕ້ການຕ້ອນຮັບຢ່່າງອົບອຸ່ນຈາກຝ່າຍຕຳຫຼວດນະຄອນຮ່າໂນ້ຍ. ຕາມທ່ານພົນຈັດຕະວາ ບຸບຜາ ສີພົມມາ ແລ້ວ  ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແລກປ່ຽນປະຈຳໃນຊຸມປີຜ່ານມາ, ເພື່ອແນໃສ່ສືບທອດ ແລະເພີ່ມພູນຄູນສ້າງສາຍພົວພັນຢ່າງມີປະສິດທິຜົນ, ແທດຈິງລະຫວ່າງຕຳຫຼວດຮ່າໂນ້ຍ-ວຽງຈັນ ເວົ້າສະເພາະ ແລະຫວຽດນາມ-ລາວ ເວົ້າລວມ.

leftcenterrightdel
ທ່ານ ເລຮົ່ງເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ. ພາບ: ເຮືອງຖາວ.

ທ່ານ ເລຮົ່ງເຊີນ ຕີລາຄາສູງການພົວພັນຮ່ວມມືຮອບດ້ານລະຫວ່າງສອງນະຄອນ ແລະສອງປະເທດ ເຊິ່ງລວມມີຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສິ່ງດັ່ງກ່າວຍິ່ງພິເສດກວ່າເມື່ອການພົບປະໄດ້ດຳເນີນໃນຈຸດເວລາທີ່ນະຄອນຫຼວງຮ່າໂນ້ຍ ກະກຽມໃຫ້ເຫດການສຳຄັນຕ່າງໆ-ສະເຫຼີມສະຫຼອງຮ່າໂນ້ຍ ໄດ້ຮັບຮອງແມ່ນນະຄອນເພື່ອສັນຕິພາບຄົບຮອບ 20 ປີ ແລະກາຍເປັນບ່ອນດຳເນີນກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ-ສປປ ເກົາຫຼີ.

leftcenterrightdel
ທ່ານ ເລຮົ່ງເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ. ພາບ: ເຮືອງຖາວ.

ທ່ານ ເລຮົ່ງເຊີນ ສະເໜີຕຳຫຼວດນະຄອນຮ່າໂນ້ຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ການຢ້ຽມຢາມຂອງຄະນະຜູ້ແທນຕຳຫຼວດນະຄອນວຽງຈັນ ໃນຄັ້ງນີ້ໄດ້ດຳເນີນໄປຢ່າງມີປະສິດທິຜົນ, ປະສົບຜົນສຳເລັດ, ພ້ອມທັງຢັ້ງຢືນເຖິງນ້ຳໃຈຖານອ້າຍນ້ອງຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ແສງເດືອນ