leftcenterrightdel
ພິທີມອບເຄື່ອງອຸປະກອນຫ້ອງການຂອງທະຫານຊາຍແດນຫວຽດນາມ ໃຫ້ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ: baohatinh.vn.

ຈໍານວນເຄື່ອງອຸປະກອນດັ່ງກ່າວລວມມີ: ຄອມພີວເຕີ 30 ຊຸດ, ເຄື່ອງສາຍ 6 ຊຸດ, ເຄື່ອງພິມເອກະສານ 1 ຊຸດ…, ລວມມູນຄ່າ 600 ລ້ານດົ່ງ. ກ່າວຄໍາເຫັນທີ່ພິທີມອບ, ທ່ານພັນໂທ ຈັນພອນ ທອງສອນ ຮອງຜູ້ອໍານວຍການໂຮງຮຽນທະຫານຊາຍແດນລາວ ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນຫວຽດນາມ; ຢັ້ງຢືນວ່າ ບັນດາເຄື່ອງອຸປະກອນເຫຼົ່ານີ້ມີຄວາມໝາຍໃນວຽກງານສິດສອນວິທະຍາສາດເຕັກໂນໂລຢີຂໍ້ມູນຂ່າວສານ, ບໍາລຸງສ້າງວິຊາອາຊີບໃຫ້ກໍາລັງທະຫານຊາຍແດນລາວ. ທ່ານພັນໂທ ຈັນພອນ ທອງສອນ ຫວັງວ່າ ກອງບັນຊາການທະຫານຊາຍແດນຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ້ງ ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອທະຫານຊາຍແດນລາວ ປະຕິບັດສໍາເລັດໜ້າທີ່ໃຫ້ເປັນຢ່າງດີ, ສ້າງສາຍພົວພັນສາມັກຄີລະຫວ່າງທະຫານຊາຍແດນຫວຽດນາມ ແລະທະຫານຊາຍແດນລາວ, ພ້ອມກັນຄຽງບ່າຄຽງໄຫຼ່ເພື່ອຄຸ້ມຄອງປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຮັກສາຄວາມສະຫງົບປອດໄພຢູ່ເຂດຊາຍແດນໄວ້ໃຫ້ໝັ້ນຄົງ.

ໂດຍ: ຈາງຫງວຽນ