ທີ່ການຕ້ອນຮັບທ່ານ ຄຳມະນີ ອີນທິລາດ, ທ່ານ ຈີ້ງດິ່ງຢຸງ ຢືນຢັນວ່າ ການຮ່ວມມືດ້ານພະລັງງານລະຫວ່າງຫວຽດນາມ ແລະລາວ ບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງມີຄວາມໝາຍສໍາຄັນດ້ານການເມືອງ, ການປ້ອງກັນຄວາມສະຫງົບ, ສະແດງໃຫ້ເຫັນການໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງປະເທດອີກດ້ວຍ. ທ່ານ ຈີ້ງດິ່ງຢຸງ ສະເໜີສອງຝ່າຍສ້າງກົນໄກຮັບປະກັນການຄວບຄຸມຢ່າງແໜ້ນແຟ້ນກ່ຽວກັບການລົງທຶນກໍ່ສ້າງບັນດາກິດຈະກໍາໜອງເກັບນໍ້າ - ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ເຂດຊາຍແດນ, ຢູ່ບັນດາກະແສນໍ້າຕອນລຸ່ມໄຫຼເຂົ້າຫວຽດນາມ ໂດຍໄວ.

leftcenterrightdel
ທ່ານ ຈີ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຄຳມະນີ ອີນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ. ພາບ: baochinhphu.vn.

ທ່ານ ຄຳມະນີ ອີນທິລາດ ໃຫ້ຮູ້ວ່າ ທ່ານໄດ້ເຮັດວຽກກັບບັນດາອົງການຂອງຫວຽດນາມ ກ່ຽວກັບການພັດທະນາບັນດາໂຄງການເຂື່ອນໄຟຟ້ານ້ຳຕົກຢູ່ລາວ, ການເຊື່ອມຕໍ່ລະບົບໄຟຟ້າ ແລະຊື້ຂາຍໄຟຟ້າລະຫວ່າງສອງປະເທດ. ປະຈຸບັນ, ລາວ ແລະຫວຽດນາມ ໄດ້ເຫັນດີເປັນເອກະສັນເນື້ອໃນການຮ່ວມມືລວມ ແລະບາງໂຄງການໃຫຍ່ເພື່ອຂໍຄໍາເຫັນຈາກການນໍາສອງປະເທດລົງນາມເພື່ອຜັນຂະຫຍາຍໂດຍໄວ.

ໂດຍ: ເຈິ່ນຮວ່ຽນ