ທີ່ການຕ້ອນຮັບ, ທ່ານ ວຽງໄຊ ພົມມະຈັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງແຂວງຮ່າຕິງ. ພ້ອມທັງມີຄວາມປາດຖະໜາຢາກໃຫ້ແຂວງຮ່າຕິງ ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ ຍູ້ແຮງການຮ່ວມມື, ພັດທະນາໃນຫຼາຍຂົງເຂດກວ່າອີກ. ພິເສດ, ທ່ານຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະຮ່ວມມືໃນບັນດາຂົງເຂດສຶກສາ, ວິທະຍາສາດເຕັກນິກຢ່າງແໜ້ນແຟ້ນກວ່າອີກ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ເຢືອງຈ໊ຽນ.

ທ່ານ ວຽງໄຊ ພົມມະຈັນ ກໍສະແດງຄວາມປາດຖະໜາຢາກໃຫ້ແຂວງຮ່າຕິງ ສົມທົບ, ຊ່ວຍເຫຼືອຄະນະປະຕິບັດງານໃຫ້ສໍາເລັດໜ້າທີ່ໃນອາຍຸການເຮັດວຽກຢູ່ ຫວຽດນາມ ຢ່າງຈົບງາມ.

ທ່ານ ເຢືອງເຕິ໊ດຖັ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງຮ່າຕິງ ຊົມເຊີຍການມາຢ້ຽມຢາມຂອງຄະນະປະຕິບັດງານ ແລະໄດ້ລາຍງານສະພາບການດ້ານເສດຖະກິດ-ສັງຄົມຂອງແຂວງຮ່າຕິງ ໃນໄລຍະຜ່ານມາ; ພ້ອມທັງໃຫ້ຮູ້ວ່າ, ແຂວງຮ່າຕິງ ໄດ້ເພີ່ມທະວີສາຍພົວພັນ, ຮ່ວມມືກັບບາງແຂວງຂອງລາວ ໃນຫຼາຍຂົງເຂດ ຄື; ເສດຖະກິດ, ການສຶກສາ, ການແພດ...

leftcenterrightdel
ທ່ານ ເຢືອງເຕິ໊ດຖັ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງຮ່າຕິງ ປາດຖະໜາວ່າ ຈະມີຫຼາຍໂຄງການຮ່ວມມືໃນຂົງເຂດວັດທະນະທໍາໃນໄລຍະຈະມາເຖິງ. ພາບ: ເຢືອງຈ໊ຽນ.

ຄຽງຂ້າງກັນນັ້ນ, ຜ່ານດ່ານຊາຍແດນ ເກົ່າແຈວ-ນໍ້າພາວ, ການຮ່ວມມືດ້ານການຄ້າລະຫວ່າງແຂວງຮ່າຕິງ ແລະລາວ ໄດ້ຮັບການຍູ້ແຮງ. ພ້ອມກັນນັ້ນ, ປະລິມານສິນຄ້າຂອງລາວ ໄປຜ່ານທ່າກຳປັ່ນ ຫວຸງອ໋າງ ພວມໃຫຍ່ຫຼວງ. ເຖິງຢ່າງໃດກໍ່ຕາມ, ເພື່ອເພີ່ມວົງເງິນການຄ້າລະຫວ່າງແຂວງຮ່າຕິງ ແລະລາວ, ເພື່ອໃຫ້ທ່າກຳປັ່ນ ຫວຸງອ໋າງ ກາຍເປັນກໍາລັງໝູນຊຸກຍູ້ການເຄື່ອນໄຫວຂາອອກຂາເຂົ້າຂອງລາວ ນັ້ນ, ສອງຝ່າຍຄວນມີບາງການກໍານົດທິດ, ມີບັນດາຄາດໝາຍ ແລະວິທີການແກ້ໄຂຢ່າງລະອຽດ.

leftcenterrightdel
ທ່ານ ວຽງໄຊ ພົມມະຈັນ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ດ່ານັ໋ງ ມອບຂອງຂວັນເປັນທີ່ລະນຶກໃຫ້ການນໍາແຂວງຮ່າຕິງ. ພາບ: ເຢືອງຈ໊ຽນ.

ທ່ານ ເຢືອງເຕິ໊ດຖັ໊ງ ກໍຖືວ່າ, ໃນໄລຍະຜ່ານມາ, ການຮ່ວມມືສອງຝ່າຍໄດ້ເຂົ້າສູ່ລວງເລິກ, ເຖິງຢ່າງໃດກໍ່ຕາມ, ວິວັດການຮ່ວມມືຍັງຊັກຊ້າຢູ່. ເພາະສະນັ້ນ, ປາດຖະໜາວ່າ ດ້ວຍພາລະໜ້າທີ່, ບົດບາດຂອງຕົນ, ທ່ານ ວຽງໄຊ ພົມມະຈັນ ຈະມີທັດສະນະທີ່ສໍາຄັນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ແມ່ນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງກວ່າອີກ.

ໂດຍ: ໄຊນິດາ