ທີ່ການຕ້ອນຮັບ, ທ່ານ ຟ້າມດັງກວ່ຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ໄດ້ແຈ້ງໃຫ້ຄະນະຮັບຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງທ້ອງຖິ່ນ ກໍ່ຄືບາງຜົນງານພົ້ນເດັ່ນໃນປີ 2018 ຂອງແຂວງ. ພ້ອມທັງຢືນຢັນວ່າ, ບັນດາອາລົມຈິດຄວາມສາມັກຄີສະໜິດຕິດພັນລະຫວ່າງພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງແທັງຮວ໊າ ແລະຫົວພັນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງແຂວງແທັງຮວ໊າ ແລະແຂວງຫົວພັນໃນດ້ານເສດຖະກິດ, ວັດທະນະທໍາ - ສັງຄົມ, ການຊ່ວຍເຫຼືອຕ່າງໆ...

leftcenterrightdel
ທ່ານ ຟ້າມດັງກວ່ຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ສູນທອນ ຄັນທະວົງ ຫົວໜ້າອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າຄະນະປະຕິບັດງານ, ທ່ານ ສູນທອນ ຄັນທະວົງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ຟ້າມດັງກວ່ຽນ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ. ທ່ານ ສູນທອນ ຄັນທະວົງ ຕີລາຄາສູງລະດັບການພັດທະນາເສດຖະກິດ, ສັງຄົມຂອງແຂວງແທັງຮວ໊າ ໃນໄລຍະຜ່ານມາ ແລະສົ່ງຄໍາອວຍພອນອັນປະເສີດ, ອວຍພອນປີໃໝ່ເຖິງພະນັກງານ, ປະຊາຊົນແຂວງແທັງຮວ໊າ ໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ ທີ່ໃກ້ຈະມາເຖິງ.

ໂດຍ: ໄຊຊະນະ