ທີ່ການເຮັດວຽກ, ທ່ານ ບຸນມາ ບຸຈະເລີນ ໃຫ້ຮູ້ວ່ານີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີສາຍພົວພັນຮ່ວມມືພິເສດລະຫວ່າງແຂວງບໍລິຄໍາໄຊ ແລະເງະອານ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ກວ່າອີກ; ຢາກໃຫ້ສາຍພົວພັນນີ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງພັດທະນາ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ມີງາ.

ຕາງໜ້າການນໍາແຂວງເງະອານ, ທ່ານ ເລງອັກຮວາ ຮອງປະທານຄະນະກໍາມະການປະຊາຊົນແຂວງ ໄດ້ຂອບໃຈບັນດາອາລົມຈິດທີ່ຈິງໃຈຈາກອໍານາດການປົກຄອງ ແລະປະຊາຊົນແຂວງບໍລິຄໍາໄຊ; ພ້ອມທັງຕີລາຄາສູງບັນດາຜົນງານທີ່ດີງາມໃນການຮ່ວມມືຂອງສອງແຂວງ.

ທ່ານ ເລງອັກຮວາ ເນັ້ນໜັກວ່າແຂວງເງະອານ ແລະແຂວງບໍລິຄໍາໄຊ ມີສາຍພົວພັນແບບພິເສດ, ມີດ່ານຊາຍແດນແທັງທຸ໋ຍ ແລະດ່ານຊາຍແດນກາວເວ່ວ ແມ່ນເງື່ອນໄຂ ເພື່ອໃຫ້ປະຊາຊົນສອງແຂວງໄດ້ພົບປະ, ແລກປ່ຽນສິນຄ້າ, ພັດທະນາເສດຖະກິດ.

leftcenterrightdel
ທ່ານ ບຸນມາ ບຸຈະເລີນ ໄດ້ສະແດງຄວາມປິຕິຊົມຊື່ນ, ເປັນກຽດໄດ້ມາອວຍພອນປີໃໝ່ໃຫ້ພະນັກງານ ແລະປະຊາຊົນແຂວງເງະອານ ເນື່ອງໃນໂອກາດປີໃໝ່ປະຈໍາຊາດ 2019. ພາບ: ມີງາ.

ພິເສດ, ກ່ຽວກັບເລື່ອງຜັນຂະຫຍາຍການກໍ່ສ້າງເສັ້ນທາງດ່ວນຮ່າໂນ້ຍ - ວຽງຈັນ, ໄປຜ່ານແຂວງເງະອານ ແລະບໍລິຄໍາໄຊ ຈະສ້າງເງື່ອນໄຂທີ່ດີເພື່ອໃຫ້ສອງແຂວງເຊື່ອມຕໍ່ເຂົ້າສູ່ລວງເລິກ, ປະຊາຊົນມີໂອກາດ ເພື່ອມີຄວາມສະດວກໃນການພົວພັນການຄ້າ, ຮ່ວມມືໃນທຸກຂົງເຂດ.

leftcenterrightdel
ເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ (ສີແດງ)ໄປຜ່ານແຂວງເງະອານ ແລະບໍລິຄໍາໄຊ . ພາບ: ມີງາ.

ທ່ານ ເລງອັກຮວາ ກໍສະເໜີສອງຝ່າຍຕັ້ງໜ້າສ້າງເງື່ອນໄຂໜູນຊ່ວຍໃຫ້ບັນດານັກລົງທຶນເພື່ອປະຕິບັດໂຄງການກໍ່ສ້າງເສັ້ນທາງດ່ວນນີ້ໃຫ້ສຳເລັດໂດຍໄວ; ກໍຄືໃນໄລຍະຈະມາເຖິງແຂວງເງະອານ ແລະແຂວງບໍລິຄໍາໄຊ ຈະສືບຕໍ່ມີບັນດາການເຄື່ອນໄຫວແລກປ່ຽນ, ພົບປະຮ່ວມມື, ນໍາສາຍພົວພັນຮ່ວມມືທີ່ສະໜິດຕິດພັນມາແຕ່ດົນນານຂອງສອງແຂວງໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

 

ໂດຍ: ໄຊນີດາ