ທີ່ການເຮັດວຽກ, ທ່ານ ບຸນມາ ບຸຈະເລີນ ແລະທ່ານ ພົມມາ ພັນທະລັງສີ ໄດ້ອວຍພອນພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4, ກອງບັນຊາການທະຫານເຂດກະກຽມການຕ້ອນຮັບບຸນປີໃໝ່ປະຈໍາຊາດໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມສະຫງົບສຸກ ແລະກ້າວເຂົ້າປີກຸນ 2019 ຍາດໄດ້ໄຊຊະນະຫຼາຍຢ່າງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ. ພ້ອມກັນນັ້ນ, ທ່ານ ບຸນມາ ບຸຈະເລີນ ແລະທ່ານ ພົມມາ ພັນທະລັງສີ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານ, ນັກຮົບທະຫານເຂດ 4, ບັນດາກົມກອງຂຶ້ນກັບທະຫານເຂດ 4 ໄດ້ຊ່ວຍເຫຼືອປະຊາຊົນສອງແຂວງໃນການຕໍ່ສູ້, ຍາດເອົາໄຊຊະນະຈາກພວກສັດຕູຜູ້ຮຸກຮານໃນປາງສົງຄາມ; ຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ; ຊ່ວຍເຫຼືອກອງບັນຊາການທະຫານສອງແຂວງໃນວຽກງານຝຶກແອບ, ບໍາລຸງສ້າງພະນັກງານ, ກໍ່ສ້າງກໍາລັງ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ມິດຕະພາບຫວຽດນາມ-ລາວ ເວົ້າລວມ, ລະຫວ່າງທະຫານເຂດ 4 ແລະສອງແຂວງເວົ້າສະເພາະໃຫ້ນັບມື້ນັບໝັ້ນຄົງ ແລະພັດທະນາ.

leftcenterrightdel
ທ່ານພົນຈັດຕະວາ ຮ່າທໍ້ບິ່ງ ເຮັດວຽກກັບຄະນະປະຕິບັດງານແຂວງບໍລິຄໍາໄຊ. ພາບ: ໂຮ່ຫວຽດ.
leftcenterrightdel
ທ່ານ ບຸນມາ ບຸຈະເລີນ  ມອບດອກໄມ້ອວຍພອນບຸນເຕັດກອງບັນຊາການທະຫານເຂດ 4. ພາບ: ໂຮ່ຫວຽດ.
leftcenterrightdel
ທ່ານ ພົມມາ ພັນທະລັງສີ   ມອບດອກໄມ້ອວຍພອນບຸນເຕັດກອງບັນຊາການທະຫານເຂດ 4. ພາບ: ໂຮ່ຫວຽດ.

ທ່ານພົນຈັດຕະວາ ຮ່າທໍ້ບິ່ງ ໄດ້ຂອບອົກຂອບໃຈອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນສອງແຂວງໄດ້ສ້າງເງື່ອນໄຂເພື່ອຊ່ວຍເຫຼືອບັນດາບໍລິສັດສັງກັດບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 (Coecco) ຜະລິດ, ດໍາເນີນທຸລະກິດຢ່າງມີປະສິດທິຜົນ; ຊ່ວຍເຫຼືອກອງທ້ອນໂຮມຂອງກອງບັນຊາການທະຫານແຂວງຮ່າຕິ້ງ ແລະແຂວງກວ໋າງບິ່ງ ໃນການຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມກັບເມືອປະເທດ...

ໂດຍ: ທະນາພອນ