ທີ່ພິທີ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໃຫ້ຮູ້ວ່າ ຈໍານວນປື້ມ ເຊິ່ງສໍານັກພິມຈໍາໜ່າຍການເມືອງແຫ່ງຊາດຄວາມຈິງ ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ຄັ້ງນີ້ແມ່ນບັນດາປຶ້ມມີຄຸນຄ່າທີ່ສຸດໃນການຄົ້ນຄວ້າ ແລະຮໍ່າຮຽນ, ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງສະຫງວນໃຫ້ລາວ. ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ຈະສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ເພື່ອຊາບຊຶມເນື້ອໃນ, ຈິດໃຈຂອງບັນດາປື້ມສໍາຄັນເຫຼົ່ານີ້ໃຫ້ພະນັກງານ, ສະມາຊິກພັກແຕ່ລະຄົນ, ພິເສດແມ່ນຮຸ່ນໜຸ່ມ, ຊ່ວຍນໍາບັນດາປື້ມທີ່ມີຄ່າເຫຼົ່ານີ້ກາຍເປັນເພື່ອນຮ່ວມເດີນທາງຂອງທຸກຄົນ, ເພື່ອໃຫ້ທຸກຄົນເຂົ້າໃຈໄດ້ທາດແທ້ການປະຕິວັດຂອງສອງປະເທດລາວ ແລະຫວຽດນາມ...

leftcenterrightdel
ຮສຈ. ປອ ຫວູຈ້ອງເລິມ, ຮອງຫົວໜ້າບັນນາທິການສໍານັກພິມຈໍາໜ່າຍການເມືອງແຫ່ງຊາດຄວາມຈິງ ມອບປື້ມທິດສະດີການເມືອງແປເປັນພາສາລາວໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຈໍານວນປື້ມເຊິ່ງສໍານັກພິມຈໍາໜ່າຍການເມືອງແຫ່ງຊາດຄວາມຈິງຂອງຫວຽດນາມ ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ຄັ້ງນີ້ລວມມີປື້ມທິດສະດີການເມືອງຂອງຫວຽດນາມ 15 ເຫຼັ້ມ, ປື້ມແຕ່ລະເຫຼັ້ມໄດ້ພິມ 1.000 ຫົວແປເປັນພາສາລາວ, ຮັບໃຊ້ວຽກງານຄົ້ນຄວ້າ, ອ້າງອີງ, ປະກອບສ່ວນພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ.

ໂດຍ: ເຈິ່ນຮວ່ຽນ