ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ໄພວີ ສີບົວລະພາ ໄດ້ແລກປ່ຽນບາງຂໍ້ມູນກ່ຽວກັບການສ້າງຮ່າງກົດໝາຍໂດຍກະຊວງຍຸຕິທໍາລາວເປັນເຈົ້າພາບ, ພ້ອມທັງສະແດງຄວາມປາດຖະໜາວ່າກະຊວງຍຸຕິທໍາຫວຽດນາມຈະແລກປ່ຽນບົດຮຽນ ແລະໜູນຊ່ວຍກະຊວງຍຸຕິທໍາລາວ ບັນດາບັນຫາທີ່ຄວນປັບປຸງເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນ ແລະສະພາບການໃນປັດຈຸບັນ.

leftcenterrightdel
ທ່ານ ເລແທ່ງລອງ ລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລະພາ ຮອງລັດຖະມົນຕີກະຊວງຍຸຕິທໍາລາວ. ພາບ: ອານຍື.

ເຫັນດີກັບຄໍາເຫັນຂອງທ່ານ ໄພວີ ສີບົວລະພາ, ທ່ານລັດຖະມົນຕີ ເລແທ່ງລອງ ກໍ່ແບ່ງປັນກັບຄະນະປະຕິບັດງານລາວ ກ່ຽວກັບບາງຮ່າງກົດໝາຍ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກໍາສະບັບປັບປຸງ.

ສໍາລັບວຽກງານກໍ່ສ້າງພະນັກງານຂອງສປປ ລາວ ກ່ຽວກັບອາຊີບທະບຽນສານຢູ່ສະຖາບັນຍຸຕິທໍາ (ໃນຂອບເຂດໂຄງການໜູນຊ່ວຍຍຸຕິທໍາແຫ່ງຊາດລາວ), ທ່ານລັດຖະມົນຕີ ເລແທ່ງລອງ ສະເໜີຄວນເອົາໃຈໃສ່ຈັດຕັ້ງບັນດາເນື້ອໃນ, ລາຍການໃຫ້ດີທີ່ສຸດເພື່ອມີຜົນງານແທດຈິງທີ່ສຸດ.

ໂດຍ: ໄຊຊະນະ