ພິທີມອບ-ຮັບຫລຽນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2019 ນີ້ທີ່ ສສ.ຫວຽດນາມ ໂດຍຕາງໜ້າພັກ-ລັດຖະບານແຫ່ງສປປ ລາວ, ສະຫາຍ  ບໍ່ແສງຄຳ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວໄດ້ໃຫ້ກຽດມອບຫລຽນໄຊອິດສະຫລະຊັ້ນ II ໃຫ້ສະຫາຍ ຫງວຽນດຶກເລີ້ຍ ກຳມະການສູນກາງພັກກອມມູນິດຫວຽດນາມ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ກົມກອງລວມໝູ່ 1 ໜ່ວຍ ແລະໄດ້ຍ້ອງຍໍ​ຂັ້ນ​ຫລຽ​ນ​ໄຊ​ແຮງ​ງານ​ຊັ້ນ III ​ຈຳນວນ 8 ໜ່ວຍ, ພ້ອມສະຫາຍ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ ແລະຄະນະນໍາກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ໃນໂອກາດດັ່ງກ່າວນີ້, ສະຫາຍ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວກໍໄດ້ກ່າວສະແດງຄວາມຂອບໃຈ, ຊົມເຊີຍ ແລະຕີ​ລາຄາ​ສູງ​ຕໍໍ່ການ​ຮ່ວມ​ມືລະຫວ່າງສຳ​ນັກ​ຂ່າວສານ​ປະ​ເທດ​ລາວ ​ແລະສຳນັກ​ຂ່າວສານ​ຫວຽດນາມ ຕະຫລອດ​ໄລຍະ 50 ປີຜ່ານ​ມາຖື​ວ່າ ສອງ​ສຳນັກ​ໄດ້​ໃຫ້ການ​ຮ່ວມ​ມືຊ່ວຍ​ເຫລືອ​ເຊິ່ງກັນ ​ແລະກັນຕະຫລອດ​ມາ, ໂດຍນັບ​ແຕ່ຊຸມ​ປີ 1960 ​​ສຳນັກ​ຂ່າວສານ​ຫວຽດນາມໄດ້​ສົ່ງ​ພະນັກງານນັກ​ຂ່າວ, ​ເຕັກນິກ ແລະວັດຖຸ​ອຸປະກອນຮັບໃຊ້ມາ​ຊ່ວຍ​ເຫລືອ​ວຽກ​ງານຂ່າວສານ​ຂອງ​ພວກ​ເຮົາ, ​ຊ່ວຍ​ສ້າງ​ບຸກຄະລາ​ກອນ ແລະ​ເຮັດ​ໃຫ້​ສຳນັກ​ຂ່າວສານ​ປະ​ເທດ​ລາວ ຖືກສ້າງ​ຕັ້ງ​ຂຶ້ນ​​​ໃນ​ວັນ​ທີ 6 ມັງກອນ 1968, ​ໄດ້​ເປັນ​ບາດກ້າວ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງສຳນັກ​ຂ່າວສາ​ນປະ​ເທດ​ລາວ​ ​ແລະສຳນັກ​ຂ່າວສານ​ຫວຽດນາມ​, ​ໂດຍ​ສະ​ເພາະ​​ແມ່ນການ​ນຳ​ເອົາ​ຂ່າວ, ໝາກຜົນ​ຂອງ​ການ​ຕໍ່ສູ້​ກູ້​ຊາດ, ການ​ເຄື່ອນ​ໄຫວ​ຂອງ​ຜູ້ນຳ, ກອງທັບ​ ກໍຄືພໍ່​ແມ່​ປະຊາຊົນລາວ ​ເພື່ອ​ກະຈາຍ​ສູ່​​ໂລກ​ພາຍ​ນອກໂດຍຜ່ານ​ສຳນັກ​ຂ່າວສານ​ຫວຽດນາມ, ນັ້ນ​ເປັນ​ຈຸດ​ເດັ່ນ​ທີ່​ພວກ​ເຮົາ​ບໍ່​ສາມາດ​ຫລົງ​ລືມ​ໄດ້. ນອກ​ຈາກ​ນີ້, ຍັງ​ມີ​ຮູບ​ພາບ​ທີ່​​ໄດ້​ຖ່າຍ​ຈາກເຫດການຕ່າງ​ໆໃນສະໜາມຮົບ ແລະການ​ເຄື່ອນ​ໄຫວຂອງ​ການ​ນຳ​ພັກ-ລັດ ກໍ​ຄື​ການ​ຕໍ່ສູ້​ຂອງ​ປະຊາຊົນ​ໃນ​ແຕ່ລະບັ້ນ​ຮົບ ​ແລະ​ໃນ​ແຕ່​ລະສະ​ໜາມຮົບທີ່ເປັນ​ມູນ​ມໍລະດົກ​ອັນ​ລ້ຳ​ຄ່າທີ່​ນັກ​ຂ່າວ​ຈາກສຳນັກຂ່າ​ວສານ​ຫວຽດນາມ​ ໄດ້​​ໃຫ້ການຊ່ວຍ​ເຫລືອ ​ແລະໄດ້​ບັນທຶກ​ໄວ້, ຊຶ່ງ​ມາ​ຮອດ​ປັດຈຸ​ບັນໄດ້​ມອບ​ໃຫ້​​ແກ່​ຂ່າວສານ​ປະ​ເທດ​ລາວ​ຈໍານວນ​ໜຶ່ງ ​ແລະພວກ​ເຮົາ​ກໍ່​ໄດ້​ນຳ​ໃຊ້​ຢ່າງ​ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ, ປະຫວັດ​ການ​ເຄື່ອນ​ໄຫວ​ຕ່າງ​ໆໃນ​ສ​ະ​ໄໜສົງຄາມໃຫ້​ແກ່​ຄົນ​ຮຸ່ນ​ຫລັງ​ໄດ້ສຶກສາ​ຮຽນ​ຮູ້. ໃນມື້ດຽວກັນນີ້, ກໍໄດ້ມີການພົບປະສອງຝ່າຍລະຫວ່າງສໍານັກຂ່າວສານປະເທດລາວ ແລະສໍານັກຂ່າວສານຫວຽດນາມ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນຈະສືບຕໍ່ຍົກສູງຄຸນນະພາບດ້ານແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ບັນດາກິດຈະກໍາໂຄສະນາເຜີຍແຜ່ກ່ຽວກັບສາຍພົວພັນຮ່ວມມືແບບພິເສດລະຫວ່າງລາວ-ຫວຽດນາມ ກໍຄືປະເທດ ຊາດ ແລະປະຊາຊົນຂອງແຕ່ລະປະເທດໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ; ຂ່າວສານປະເທດລາວ ສືບຕໍ່ຊ່ວຍເຫລືອຂ່າວສານຫວຽດນາມ ຈໍາໜ່າຍໜັງສືພິມຮູບພາບຫວຽດນາມ (ເປັນພາສາລາວ) ຢູ່ລາວເພື່ອຍົກປະສິດທິຜົນໃນການໂຄສະນາການທູດ; ຂ່າວສານຫວຽດນາມໃຫ້ຄໍາໝັ້ນສັນຍາວ່າດ້ວຍຄວາມສາມາດຂອງຕົນເອງຈະສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການກໍ່ສ້າງ, ຝຶກອົບຮົມແຕ່ລະໄລຍະໃຫ້ເໝາະສົມກັບສະພາບ. ການນໍາທັງສອງສໍານັກ ຂ່າວລາວ-ຫວຽດນາມ ມອບໃຫ້ພາກສ່ວນກ່ຽວຂ້ອງຂອງສອງສໍານັກຂ່າວສານສືບຕໍ່ປະສານສົບສົມທົບ ແລະເຮັດວຽກນໍາກັນ ເພື່ອເອກະພາບບັນດາເນື້ອໃນການຮ່ວມມືຢ່າງລະອຽດ ແລະອື່ນໆ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ຄະນະນໍາສໍານັກຂ່າວສານປະເທດລາວ ນໍາໂດຍສະຫາຍ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວໄດ້ເຂົ້າຢ້ຽມຂໍ່ານັບສະຫາຍນາງ ຕອງທິຟອງ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ.

ເນື້ອໃນ: ຂປລ