ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນທັ໋ງ ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມ ແລະເຮັດວຽກຢູ່ລາວ ໃນຄັ້ງນີ້ແມ່ນເພື່ອເຂົ້າຮ່ວມການໂອ້ລົມສົນທະນາຂັ້ນສູງລະຫວ່າງສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ແລະສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ແນໃສ່ສະຫຼຸບໝາກຜົນແຫ່ງການຮ່ວມມືລະຫວ່າງສອງສະຖາບັນໄລຍະ 2014-2018; ແລກປ່ຽນວຽກງານບໍາລຸງສ້າງພະນັກງານ, ວຽກງານຮ່ວມມືສາກົນລະຫວ່າງສອງສະຖາບັນ...

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານ ຫງວຽນຊວນທັ໋ງ, ຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸນຍັງ ວໍລະຈິດ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງສອງສະຖາບັນໃນໄລຍະຜ່ານມາ; ຊົມເຊີຍໝາກຜົນການເຮັດວຽກຂອງຄະນະກັບບັນດາອົງການຂອງລາວ. ຕາມທ່ານ ບຸນຍັງ ວໍລະຈິດ, ລາວ ຍັງຂາດແຫຼ່ງຊັບພະຍາກອນມະນຸດໃນຂົງເຂດຄົ້ນຄວ້າທິດສະດີ ແລະວິທະຍາສາດ. ເພາະສະນັ້ນ, ສະເໜີຝ່າຍຫວຽດນາມ ສືບຕໍ່ຊ່ວຍເຫຼືອລາວໃນບັນຫານີ້ ແລະປາດຖະໜາວ່າສອງຝ່າຍຈະຜັນຂະຫຍາຍບັນດາບັນຫາທີ່ຫາກໍ່ແລກປ່ຽນດ້ວຍຜົນງານສູງສຸດ.

leftcenterrightdel
 ພິທີລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງສອງສະຖາບັນ. ພາບ: vov.vn.

ກ່ອນໜ້ານັ້ນ, ວັນທີ 14 ມັງກອນ, ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ມີການໂອ້ລົມສົນທະນາຂັ້ນສູງກັບສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ເພື່ອແລກປ່ຽນກ່ຽວກັບວຽກງານບໍາລຸງສ້າງພະນັກງານ, ວຽກງານຮ່ວມມືສາກົນລະຫວ່າງສອງສະຖາບັນ; ສະຫຼຸບໝາກຜົນແຫ່ງການຮ່ວມມືລະຫວ່າງສອງສະຖາບັນໄລຍະ 2014-2018 ແລະແລກປ່ຽນກ່ຽວກັບແຜນການຮ່ວມມືໄລຍະ 2019-2023. ສິ້ນສຸດການໂອ້ລົມສົນທະນາ, ຜູ້ອໍານວຍການສອງທ່ານໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງສອງສະຖາບັນໄລຍະ 2019-2023 ຢ່າງເປັນທາງການ.

ໂດຍ: ເຈິ່ນຮວ່ຽນ