ເວລາປະມານ 23 ໂມງ 30 ນາທີ ວັນທີ 9 ມັງກອນ, ຢູ່ໂຮງໝໍແຂວງດ້ຽນບຽນ ໄດ້ຮັບເອົາຄົນເຈັບຊື່ທ້າວ ອາດາ ອາຍຸ 6 ປີ ຢູ່ແຂວງຜົ້ງສາລີ (ສປປ ລາວ) ພວມຢູ່ໃນສະພາບຫາຍໃຈຍາກ ແລະເສຍເລືອດຫຼາຍຍ້ອນຖືກອຸບັດຕິເຫດ. ຜ່ານການກວດກາ, ບັນດາທ່ານໝໍຢູ່ທີ່ນີ້ໄດ້ກວດພົບສິ່ງແປກປະຫຼາດຢູ່ໃນເສັ້ນສຽງຂອງຄົນເຈັບ.

leftcenterrightdel
ຄົນເຈັບ​ທີ່​ເປັນ​ເດັກນ້ອຍ ທ້າວ ອາດາ ພວມຢູ່ໃນການຕິດຕາມ, ປິ່ນປົວພິເສດຢູ່ໂຮງໝໍແຂວງດ້ຽນບຽນ. ພາບ: giaoducthoidai.vn.

ພາຍຫຼັງດໍາເນີນການຜ່າຕັດເປັນເວລາເກືອບ 2 ຊົ່ວໂມງ, ບັນດາທ່ານໝໍໄດ້ເອົາສິ່ງແປກປະຫຼາດອອກຈາກຮ່າງກາຍຂອງຄົນເຈັບນັ້ນແມ່ນງ່າໄມ້ຍາວປະມານ 6 ເຊັນຕີແມັດ. ປັດຈຸບັນ, ສຸຂະພາບຂອງ ທ້າວ ອາດາ ໄດ້ພົ້ນຂີດອັນຕະລາຍແລ້ວ, ພວມຢູ່ໃນການຕິດຕາມ ແລະປິ່ນປົວພິເສດຢູ່ພະແນກໃສ່ຢ່າສະຫຼົບຜ່າຕັດ.

ການຜ່າຕັດໃນຄັ້ງນີ້ສໍາເລັດ, ບໍ່ພຽງແຕ່ນໍາມາເຊິ່ງຄວາມດີໃຈໃຫ້ແກ່ຍາດຕິພີ່ນ້ອງຂອງຄົນເຈັບເທົ່ານັ້ນ ຫາກຍັງນັບທັງແພດໝໍຢູ່ໂຮງໝໍແຂວງດ້ຽນບຽນ ອີກດ້ວຍ.

ໂດຍ: ໄຊຊະນະ