ເຂົ້າຮ່ວມນໍາທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ມີທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ; ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ; ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່; ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ; ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ; ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ; ທ່ານພົນໂທ ສຸວອນ ເລື່ອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ; ທ່ານ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ຫວຽດນາມ; ທ່ານ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ; ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມືລາວ-ຫວຽດນາມ; ທ່ານ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ, ເລຂານຸການປະຈໍາທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເຂົ້າຮ່ວມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ, ສືບຕໍ່ຢືນຢັນເຖິງບຸລິມະສິດການພົວພັນຕ່າງປະເທດຂອງທັງສອງປະເທດແມ່ນພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ສ້າງຄວາມເຫັນດີເປັນເອກະພາບໃນການຊີ້ນໍາ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ