ກ່າວຄໍາເຫັນໄຂວັນບຸນ, ທ່ານ ຮວ່າງຫວີງບ໊າວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ, ຫົວໜ້າຄະນະຊີ້ນຳວັນບຸນ ເນັ້ນໜັກວ່າ: ນີ້ແມ່ນວັນບຸນຂອງພໍ່ແມ່ປະຊາຊົນບັນດາແຂວງຊາຍແດນ, ແມ່ນໂອກາດເພື່ອເພີ່ມທະວີການເຄື່ອນໄຫວວຽກງານຖະແຫຼງຂ່າວກັບຕ່າງປະເທດຢູ່ເຂດຊາຍແດນ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ ແລະພໍ່ແມ່ປະຊາຊົນຢູ່ເຂດຊາຍແດນກ່ຽວກັບສະຕິ, ຄວາມຮັບຜິດຊອບໃນວຽກງານຄຸ້ມຄອງ. ວັນບຸນຍັງແມ່ນໂອກາດເພື່ອເຊື່ອມຕໍ່ການແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດພາຍໃນປະເທດກັບແຂວງດ້ຽນບຽນ, ປະກອບສ່ວນຊຸກຍູ້ເສດຖະກິດທ້ອງຖິ່ນໃນກິດຈະການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ພິທີໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ”. ພາບ: vov.vn.

ທີ່ພິທີ, ຜູ້ຕາງໜ້າການນຳສະຖານທູດລາວ ປະຈຳ ຫວຽດນາມ, ການນຳຄະນະກຳມະການປະຊາຊົນແຂວງດ້ຽນບຽນ ພ້ອມກັນຢັ້ງຢືນວ່າສາຍພົວພັນມິດຕະພາບ ຫວຽດນາມ - ລາວ ເປັນແບບຢ່າງພົ້ນເດັ່ນທີ່ຫາຍາກກ່ຽວກັບຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ຄວາມສັດຊື່ບໍລິສຸດ, ໂປ່ງໃສ ແລະເຕັມໄປດ້ວຍປະສິດທິຜົນລະຫວ່າງສອງປະເທດ ໃນການຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບ ແລະຄວາມກ້າວໜ້າສັງຄົມ.

leftcenterrightdel
ເມື່ອເຂົ້າຮ່ວມວັນບຸນ, ນັກທ່ອງທ່ຽວ ໄດ້ຮັບປະທານອາຫານການກິນຂອງປະຊາຄົມຊົນເຜົ່າລາວ ຢູ່ແຂວງດ້ຽນບຽນ. ພາບ: vov.vn.

ວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ” ດໍາເນີນໃນລະຫວ່າງວັນທີ 8-9 ທັນວາ.

ໂດຍ: ທູຈາງ