ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນດຶກຮວ່າ, ຜູ້ອໍານວຍການອົງການປະກັນສັງຄົມນະຄອນຮ່າໂນ້ຍ ເນັ້ນໜັກວ່າ, ອົງການປະກັນສັງຄົມນະຄອນຮ່າໂນ້ຍ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບກອງທຶນອຸປະກາລະສັງຄົມແຫ່ງຊາດລາວ  ກ່ຽວກັບບັນດາບົດຮຽນໃນການຜັນຂະຫຍາຍໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວວິຊາການ, ປະກອບສ່ວນຊຸກຍູ້ພາລະກິດຮັບປະກັນຊີວິດສັງຄົມຂອງສອງປະເທດ.

leftcenterrightdel
ການນໍາອົງການປະກັນສັງຄົມນະຄອນຮ່າໂນ້ຍ ຕ້ອນຮັບ ແລະເຮັດວຽກກັບກອງທຶນອຸປະກາລະສັງຄົມແຫ່ງຊາດລາວ. ພາບ: laodongthudo.vn.

ທ່ານ ບຸນນອງ ຈັນທະວົງ ໃຫ້ຮູ້ວ່າ, ປັດຈຸບັນ, ກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ມີຜູ້ເຂົ້າຮ່ວມກວ່າ 300.000 ຄົນ ແລະມີຜູ້ຊົມໃຊ້ການປະກັນສຸຂະພາບປະມານ 6.930 ຄົນ. ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຂອງກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ຍັງມີຂໍ້ຈໍາກັດ, ພຽງແຕ່ມີບາງບ່ອນນຳໃຊ້ເຄືອຂ່າຍອິນເຕີແນັດເຂົ້າໃນການປະຕິບັດງານ, ສ່ວນຍັງເຫຼືອຕົ້ນຕໍແມ່ນປະຕິບັດໂດຍກົງ .

leftcenterrightdel
ຄະນະພະນັກງານກອງທຶນອຸປະກາລະສັງຄົມແຫ່ງຊາດລາວ  ຢ້ຽມຊົມພາກສ່ວນ “ປະຕູດຽວ” ຂອງອົງການປະກັນສັງຄົມນະຄອນຮ່າໂນ້ຍ. ພາບ: laodongthudo.vn.

ດ້ວຍເຫດນັ້ນ, ຜ່ານການຢ້ຽມຢາມ ແລະເຮັດວຽກຄັ້ງນີ້, ຄະນະຈະຖອດຖອນບົດຮຽນຫຼາຍຢ່າງເພື່ອຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ໜູນຊ່ວຍໃຫ້ແກ່ການເຄື່ອນໄຫວວິຊາການຢູ່ກອງທຶນອຸປະກາລະສັງຄົມແຫ່ງຊາດລາວ  ຢ່າງມີປະສິດທິຜົນ.

ໂດຍ: ທູຈາງ