ຄະນະຜູ້ແທນຂັ້ນສູງແຂວງຮ່າຕີງ ໂດຍທ່ານ ເລດີ່ງເຊີນ - ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເປັນຫົວໜ້າຄະນະ; ຄະນະຜູ້ແທນຂັ້ນສູງແຂວງຄຳມ່ວນ ໂດຍທ່ານ ໂອໄດ ສຸດາພອນ - ກຳມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ ເປັນຫົວໜ້າຄະນະ ໄດ້ດຳເນີນການພົບປະເຈລະຈາສອງຝ່າຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baohatinh.vn.

ແລກປ່ຽນທີ່ກອງປະຊຸມ, ການນຳສອງແຂວງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກຂອງແຕ່ລະແຂວງ. ພ້ອມທັງຢືນຢັນວ່າ, ບົນຈິດໃຈມິດຕະພາບສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງພັກ, ສອງລັດເວົ້າລວມ ແລະແຂວງຮ່າຕີງ - ຄຳມ່ວນ ເວົ້າສະເພາະ, ໃນໄລຍະຜ່ານມາ, ສອງຝ່າຍໄດ້ຜັນຂະຫຍາຍການປະຕິບັດບັນດາເນື້ອໃນບົດບັນທຶກກອງປະຊຸມຂັ້ນສູງລະຫວ່າງແຂວງ ຄຳມ່ວນ - ຮ່າຕີງ ທີ່ເຊັນໃນວັນທີ 15 ມິຖຸນາ 2017 ຢ່າງມີປະສິດທິຜົນ.

leftcenterrightdel
 
leftcenterrightdel
ທ່ານ ເລດີ່ງເຊີນ, ເລຂາພັກແຂວງໆ ຮ່າຕີງ ແລະທ່ານ ໂອໄດ ສຸດາພອນ, ເຈົ້າແຂວງໆ ຄຳມ່ວນ ເປັນປະທານຮ່ວມການພົບປະເຈລະຈາ. ພາບ: baohatinh.vn.

ການນຳສອງແຂວງ ກໍ່ຊີ້ແຈ້ງບັນດາບັນຫາທີ່ຍັງຄົງຄ້າງ, ຈຳກັດ, ສາຍເຫດເພື່ອຍົກອອກບັນດາມາດຕະການ, ພ້ອມກັນແກ້ໄຂເພື່ອແນໃສ່ສ້າງແຜນການຮ່ວມມືໃນໄລຍະຈະມາເຖິງໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະແຂວງ. ສອງຝ່າຍຈະດຳເນີນການປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນ, ເຊັນບົດບັນທຶກຮ່ວມມືໃນໄລຍະຈະມາເຖິງ.

ໂດຍ: ທູຮັ່ງ