ໃນ​​ໂອ​ກາດ​ດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ,  ຊົມ​ເຊີຍ ແລະ​​ຕີ​ລາຄາ​ສູງຕໍ່​ທ່ານ ຫວຽນເທ່ຮຸ່ງ ທີ່​ໄດ້ນຳພາ​ຄະນະມາຢ້ຽມຢາມ  ແລະເຮັດວຽກຢູ່ ສປປ ລາວ ຮ່ວມ​ກັບ​ກົມ​ມໍ​ລະ​ດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່,  ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ  ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ  ແລະເກີດດອກອອກຜົນຍິ່ງໆຂຶ້ນ.

leftcenterrightdel
 

ໃນ​ໂອກາດ​ດຽວກັນນີ້,​ ທ່ານ ຫວຽນເທ່ຮຸ່ງ ກໍ​່ໄດ້​ສະ​ແດງ​ຄວາມ​​ຂອບ​ໃຈຕໍ່​ທ່ານ ບົວເງິນ ຊາພູວົງ ທີ່ໄດ້ສະຫຼະເວລາອັນມີຄ່າໃນການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນໃນຄັ້ງນີ້,  ພ້ອມ​ທັງ​​ໄດ້​​ແຈ້ງ​ຈຸ​ດປະສົ​ງໃນ​ການ​ມາຢ້ຽມຢາມຄັ້ງ​ນີ້​​ໃຫ້ທ່ານຮອງ​ລັດ​ຖະມົນຕີ​ຮັບຊາບຕື່ມອີກ.

ຂ່າວ: ສົມ​ຫວັງ