ເບິ່ງລວມແລ້ວ, ປີ 2018, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍັງສືບຕໍ່ເປັນປົກກະຕິ, ດຸໝັ່ນທຳມາຫາກິນ, ເຄົາລົບກົດໝາຍ ແລະມີການພົວພັນທີ່ດີກັບປະຊາຊົນປະຈໍາຖິ່ນ, ເຊື່ອມໂຍງເຂົ້າກັບສັງຄົມບ່ອນຢູ່ອາໄສເທື່ອລະກ້າວ.

ພ້ອມກັບການເພີ່ມທະວີປັບປຸງວຽກງານຂອງສະມາຄົມແລ້ວ, ການສົມທົບກັນແກ້ໄຂເອກະສານນິຕິກໍາກ່ຽວກັບການຢູ່ອາໄສ, ໃບອະນຸຍາດອອກແຮງງານ... ຂອງພໍ່ແມ່ປະຊາຊົນກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາອົງການຈັດຕັ້ງສະມາຄົມ ແລະບັນດາອົງການຕາງໜ້າ; ເລື່ອງສອນພາສາຫວຽດນາມ ຢູ່ບັນດາໂຮງຮຽນຂອງປະຊາຄົມກໍ່ໄດ້ຮັບຄວາມເອົາໃຈໃສ່ກວ່າເກົ່າ.

leftcenterrightdel
ກອງປະຊຸມສະຫຼຸບວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ລາວ ປີ 2018. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບທິດທາງວຽກງານປະຊາຄົມໃນ ປີ 2019, ແມ່ນສືບຕໍ່ເອົາໃຈໃສ່ເຖິງການສ້າງຕັ້ງໃໝ່, ພ້ອມທັງປັບປຸງພັດທະນາບັນດາອົງການຈັດຕັ້ງສະມາຄົມ, ປະຊາຄົມທີ່ພວມເຄື່ອນໄຫວ; ສືບຕໍ່ເພີ່ມທະວີການສົມທົບກັນລະຫວ່າງສະຖານທູດຫວຽດນາມ, ບັນດາສະຖານກົງສຸນໃຫຍ່ຫວຽດນາມ, ສະມາຄົມໃຫຍ່ ແລະສະມາຄົມທີ່ບັນດາແຂວງ, ນະຄອນກັບບັນດາອົງການກ່ຽວຂ້ອງພາຍໃນປະເທດ, ບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມກັບລາວ ໃນການຍູ້ແຮງໂຄສະນາ, ສຶກສາອົບຮົມຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບກົດໝາຍ, ຮີດຄອງປະເພນີ, ວັດທະນະທໍາຂອງລາວໃຫ້ຊາວຜູ້ອອກແຮງງານຫວຽດນາມ.

ໂດຍ: ທູຈາງ