ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 43 ປີ (2 ທັນວາ 1975 / 2 ທັນວາ 2018), ວັນທີ 1 ທັນວາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ; ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງສານອວຍພອນເຖິງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ;  ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະສະຫາຍນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ.

leftcenterrightdel
ພາບປະກອບຄັດຈາກ: qdnd.vn.

ສານມີຕອນຂຽນວ່າ:

“ພວກຂ້າພະເຈົ້າພາກພູມໃຈທີ່ສຸດເມື່ອເຫັນວ່າໃນຕະຫຼອດ 43 ປີ ຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ດ້ວຍຈິດໃຈຮັກຊາດ ແລະມູນເຊື້ອປະຕິວັດອົງອາດກ້າຫານ, ປະຊາຊົນລາວອ້າຍນ້ອງໄດ້ເສີມຂະຫຍາຍກຳລັງແຮງສັງລວມ, ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ, ຍາດໄດ້ໄຊຊະນະອັນໃຫຍ່ຫຼວງກວ່າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ພິເສດ, ພາຍຫຼັງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະເກືອບ 3 ປີ, ສະພາບການດ້ານການເມືອງ-ສັງຄົມຢູ່ ລາວ ຍາມໃດກໍ່ມີຄວາມໝັ້ນຄົງ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາຢ່າງໝັ້ນຄົງ; ເສດຖະກິດສືບຕໍ່ມີການເຕີບໂຕຢ່າງຕັ້ງໜ້າ; ບັນດາຂົງເຂດການສຶກສາ, ວັດທະນະທຳ, ສັງຄົມມີຄວາມກ້າວໜ້າຫຼາຍຢ່າງ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ອິດທິພົນຊື່ສຽງ ແລະທີ່ຕັ້ງຂອງ ສປປ ລາວ ໄດ້ຍົກສູງຂຶ້ນຢູ່ໃນພາກພື້ນ ແລະເວທີສາກົນ.

ພວກຂ້າພະເຈົ້າຂໍອວຍພອນບັນດາສະຫາຍກ່ຽວກັບບັນດາຜົນງານສຳຄັນດັ່ງກ່າວ ແລະຂໍອວຍພອນປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພາຍໃຕ້ການນຳພາສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນຳໜ້າ, ຈະສືບຕໍ່ບັນລຸໄດ້ຫຼາຍໄຊຊະນະໃໝ່, ໃຫຍ່ຫຼວງກວ່າອີກໃນວິວັດການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໄລຍະ 2016-2020; ກະກຽມຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆໃຫ້ສຳເລັດ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI; ສ້າງສາປະເທດລາວ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ” ປະສົບຜົນສຳເລັດ.

ໂດຍ: ແສງເພັດ