ທີ່ການແລກປ່ຽນ, ການນຳສອງໜັງສືພິມໄດ້ແນະນຳກ່ຽວກັບສະພາບການພັດທະນາຂອງໜັງສືພິມຮ່າໂນ້ຍເໝິຍ ແລະໜັງສືພິມວຽງຈັນໃໝ່ ໃນໄລຍະຜ່ານມາກໍ່ຄືບົດຮຽນດຳເນີນວິຊາການບັນດາເຫດການ, ທ່າອ່ຽງພັດທະນາຂອງສື່ມວນຊົນທັນສະໄໝ, ພັດທະນາເສດຖະກິດສື່ມວນຊົນ...

leftcenterrightdel
ການນຳຂອງໜັງສືພິມຮ່າໂນ້ຍເໝິຍ ມອບຂອງຂວັນທີ່ລະນຶກໃຫ້ການນຳໜັງສືພິມວຽງຈັນໃໝ່. ພາບ: hanoimoi.com.vn.

ທ່ານ ທອງເລື່ອນ ພິມມະສານ ຢືນຢັນວ່າ: “ພວກຂ້າພະເຈົ້າ ຕີລາຄາສູງທີ່ສຸດກ່ຽວກັບຜົນງານທີ່ບັນລຸໄດ້ໃນສາຍພົວພັນແບບພິເສດ ແລະການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງໜັງສືພິມວຽງຈັນໃໝ່ ແລະໜັງສືພິມຮ່າໂນ້ຍເໝິຍ. ສອງໜັງສືພິມພວກເຮົາພ້ອມກັນເພີ່ມທະວີສາຍພົວພັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນຫຼາຍຂົງເຂດດ້ວຍບັນດາວິທີການ: ຜັດປ່ຽນກັນຢ້ຽມຢາມ ແລະເຮັດວຽກ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນຂົງເຂດເຕັກໂນໂລຢີ - ຂໍ້ມູນຂ່າວສານ, ຝຶກອົບຮົມດ້ານວິຊາສະເພາະ, ບົດຮຽນໃນການຄຸ້ມຄອງ, ພັດທະນາໜັງສືພິມ ແລະຂົງເຂດຕ່າງໆ. ສິ່ງດັ່ງກ່າວນັ້ນໄດ້ສ້າງເງື່ອນໄຂໃຫ້ສອງໜັງສືພິມພວກເຮົາພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ການເມືອງຂອງຕົນ ແລະປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ - ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ...”

ໂດຍ: ທູຮັ່ງ