ໃນໄລຍະຜ່ານມາ, ທຸກຂັ້ນ, ທຸກຂະແໜງການຂອງ 3 ແຂວງໄດ້ຜັນຂະຫຍາຍ, ປະຕິບັດຫຼາຍມາດຕະການຄຸ້ມຄອງ, ປົກປັກຮັກສາປ່າ, ຄຸ້ມຄອງເຄື່ອງປ່າຂອງດົງ, ປ້ອງກັນ ແລະຕ້ານອັກຄີໄຟປ່າຢູ່ເຂດຊາຍແດນ. ໝາກຜົນໄດ້ຮັບເປັນໜ້າຮັບຮູ້, ຊັບພະຍາກອນປ່າໄດ້ຮັບການປົກປັກຮັກສາ ແລະພັດທະນາເປັນຢ່າງດີ, ຄວາມປອດໄພປ່າໄດ້ຮັກສາໄວ້ຢ່າງໝັ້ນຄົງ.

leftcenterrightdel
ບັນດາກໍາລັງກ່ຽວຂ້ອງຂອງ 3 ແຂວງ ຢູ່ຫຼັກໝາຍຊາຍແດນ ຫວຽດນາມ-ລາວ ພາຍຫຼັງການລາດຕະເວນ. ພາບ:baohatinh.vn.

ນັບແຕ່ປີ 2015-2018, ພ້ອມກັບການສະໜັບສະໜູນຢ່າງຮອບດ້ານຈາກໂຄງການ UN – REED ຮ່າຕິ້ງ, ພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງຮ່າຕິ້ງ ສົມທົບກັບພະແນກກະສິກໍາປ່າໄມ້ແຂວງບໍລິຄໍາໄຊ ແລະພະແນກກະສິກໍາປ່າໄມ້ແຂວງຄໍາມ່ວນ ຈັດຕັ້ງກອງປະຊຸມລົງນາມໃນບົດບັນທຶກຊ່ວຍຈໍາ, ພ້ອມທັງຕີລາຄາໝາກຜົນການປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມແລ້ວ.

leftcenterrightdel
ການລະຕະເວນປ່າລະຫວ່າງກໍາລັງກວດກາປ່າໄມ້ແຂວງຮ່າຕິ້ງ ແລະກໍາລັງກ່ຽວຂ້ອງແຂວງບໍລິຄໍາໄຊ. ພາບ: baohatinh.vn.

ບໍ່ພຽງແຕ່ແນວນັ້ນ, ບັນດາອົງການກ່ຽວຂ້ອງຂອງຝ່າຍຕ່າງໆ ຍັງສົມທົບກັນຈັດຕັ້ງການລາດຕະເວນປົກປັກຮັກສາປ່າຢູ່ເຂດຕິດກັບຊາຍແດນ 4 ຄັ້ງ ດ້ວຍຜູ້ເຂົ້າຮ່ວມນັບຮ້ອຍເທື່ອຄົນ. ພ້ອມກັນນັ້ນ, ກໍາລັງກວດກາປ່າໄມ້ແຂວງຮ່າຕິ້ງ ແລະແຂວງບໍລິຄໍາໄຊ ຍັງສົມທົບກັບກໍາລັງປ້ອງກັນຊາຍແດນ, ຕໍາຫຼວດ, ເຈົ້າຂອງປ່າຈັດຕັ້ງການລາດຕະເວນ, ກວດກາບັນດາບໍລິເວນຈຸດສຸມ, ສະໜອງຂໍ້ມູນຂ່າວສານ ເພື່ອກໍາແໜ້ນສະພາບການຂຸດຄົ້ນ, ຄ້າຂາຍໄມ້, ເຄື່ອງປ່າຂອງດົງ, ສັດປ່າຢ່າງຜິດກົດໝາຍ, ຈາກນັ້ນແກ້ໄຂບັນດາການກະທໍາລະເມີດຢ່າງທັນການ, ມີປະສິດທິຜົນກວ່າອີກ.

ໂດຍ: ທູຈາງ