ຊຸດຮຽນພາສາລາວໄດ້ດຳເນີນຢູ່ຕາແສງແທັງທຸ໋ຍ ແມ່ນໜຶ່ງໃນ 3 ຊຸດຮຽນໂດຍຄະນະກຳມະການປະຊາຊົນແຂວງເງະອານ ຈັດຕັ້ງ, ໄດ້ເປີດຮຽນມາແຕ່ເດືອນ ກໍລະກົດ ປີ 2018 ດ້ວຍການເຂົ້າຮ່ວມຂອງນັກສຳມະນາກອນ 36  ຄົນ. ຊຸດຮຽນໄດ້ແກ່ຍາວໃນເວລາ 4 ເດືອນ, ຄູສອນແມ່ນພະນັກງານແປພາສາລາວຂອງຄ້າຍຊາຍແດນດ່ານຊາຍແດນແທັງທຸ໋ຍ ສິດສອນ.

leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງເງະອານ ກ່າວຄຳເຫັນທີ່ພິທີປິດຊຸດຮຽນ. ພາບ: ຮຸ່ງຟອງ.

ຊຸດຮຽນໄດ້ຈັດຕັ້ງແນໃສ່ເປົ້າໝາຍຍົກສູງລະດັບຄວາມຮູ້, ການພົວພັນແລກປ່ຽນດ້ວຍພາສາລາວໃຫ້ແກ່ພະນັກງານ, ລັດຖະກອນ, ພາລະກອນຕາແສງຊາຍແດນ, ປະກອບສ່ວນສ້າງສາຍພົວພັນອັນດີງາມຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງບັນດາທ້ອງຖິ່ນສອງຝ່າຍຊາຍແດນເວົ້າສະເພາະ.

ໂດຍ: ວຽງຄຳ