ທີ່ການພົບປະເຈລະຈາ, ທ່ານ ຄໍາເຜີຍ ແກ້ວກີນນາລີ, ຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ຮູ້ວ່າ, ມູນຄ່າການຄ້າລາວ-ຫວຽດນາມ ໃນ 9 ເດືອນຕົ້ນປີ 2018 ບັນລຸ 758.11 ລ້ານໂດລາສະຫະລັດ. ປີ 2018 ມີ 11 ໂຄງການໂດຍຫວຽນາມ ລົງທຶນໄດ້ມອບໃຫ້ຝ່າຍລາວ.

leftcenterrightdel
ທ່ານ ຄໍາເຜີຍ ແກ້ວກີນນາລີ, ຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: baonghean.vn.

ທ່ານ ຫງວຽນວັນຈຸງ, ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຢັ້ງຢືນວ່າ, ບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໃນປີ 2018 ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະແທດຈິງ. ໃນ 11 ເດືອນ ຕົ້ນປີ 2018 ມີ 8 ໂຄງການໄດ້ຮັບໜັງສືອະຍຸຍາດລົງທຶນເຂົ້າລາວ, ດ້ວຍທຶນຈົດທະບຽນ 95 ລ້ານໂດລາສະຫະລັດ. ທຶນຊ່ວຍເຫຼືອໄດ້ນໍາໃຊ້ຕາມຄວາມຕ້ອງການທີ່ຈໍາເປັນຂອງລາວ ແລະຖືກຕາມການຊີ້ນໍາຂອງການນໍາສອງລັດຖະບານ.

leftcenterrightdel
ບັນດາຜູ້ແທນແລກປ່ຽນ ຢູ່ນອກກອງປະຊຸມ. ພາບ: baonghean.vn.

ທ່ານ ຫງວຽນວັນຈຸງ ສະເໜີກະຊວງແຜນການ ແລະການລົງທຶນ ສອງປະເທດ ແລະຄະນະກຳມະການຮ່ວມມືສອງປະເທດ ຄວນສືບຕໍ່ປັບປຸງ ແລະພັດທະນາສາຍພົວພັນດ້ານການເມືອງ, ການທູດ; ຮ່ວມມືຢ່າງແໜ້ນແຟ້ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຮອບດ້ານ; ສຸມໃສ່ແກ້ໄຂສິ່ງທີ່ຍັງຄົງຄ້າງ, ຊຸກຍູ້ບັນດາໂຄງການລົງທຶນ, ຍົກສູງປະສິດທິຜົນການຮ່ວມມື, ປ່ຽນແປງໃໝ່ກົນໄກ, ວິທີການເຮັດວຽກ, ເຕົ້າໂຮມແຫຼ່ງກໍາລັງເພື່ອນໍາໃຊ້ທຶນຊ່ວຍເຫຼືອຢ່າງມີປະສິດທິຜົນ.

ໂດຍ: ທູຈາງ