ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບໍລິເວນ ແລະການເຄື່ອນໄຫວຂອງກໍາລັງປະກອບອາວຸດ.  ໃນແຕ່ລະປີ, ທະຫານເຂດ 2 ໄດ້ສົມທົບກັບແຂວງໄຊຍະບູລີ ປະຕິບັດການແລກປ່ຽນຄະນະຢ່າງມີປະສິດທິຜົນ; ກໍ່ສ້າງພື້ນຖານໂຄງລ່າງ; ບໍາລຸງສ້າງ, ຝຶກອົບຮົມພະນັກງານ, ພາລະກອນ; ສ້ອມແປງອາວຸດ, ອຸປະກອນເຕັກນິກ; ຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວກັບຄືນປະເທດ.

ໂດຍ: ທູຈາງ