ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງສອງປະເທດກວ່າອີກ, ແຂວງກວາງຈີ້ ສະເໜີບັນດາອົງການກ່ຽວຂ້ອງຢູ່ດ່ານສາກົນ ແດນສະຫວັນ ປະຕີບັດຂັ້ນຕອນກວດກາຕາມຮູບແບບໜຶ່ງປະຕູ, ໜຶ່ງຄັ້ງຢຸດ; ສະເໜີກໍ່ສ້າງເຂດເສດຖະກິດຮ່ວມ ລາວບ໊າວ-ແດນສະຫວັນ ແລະ ລາໄຮ-ລາໄລ ໂດຍອີງໃສ່ສັນຍາລະຫວ່າງສອງລັດຖະບານ.

leftcenterrightdel
ຄະນະປະຕິບັດງານກະຊວງແຜນການ ແລະການລົງທຶນລາວ ເຮັດວຽກກັບຄະນະກໍາມະການປະຊາຊົນແຂວງກວາງຈີ້. ພາບ: baodautu.vn.

ທ່ານ ສຸພັນ ແກ້ວມີໄຊ ປາດຖະໜາວ່າ ລັດຖະບານສອງປະເທດມີບັນດາໂຄງການເພື່ອໜູນຊ່ວຍພັດທະນາເສດຖະກິດຢູ່ບັນດາແຂວງຊາຍແດນຂອງຫວຽດນາມ ແລະລາວ.

ທ່ານ ສຸພັນ ແກ້ວມີໄຊ ກໍ່ສະໜັບສະໜູນແຜນນະໂຍບາຍກໍ່ສ້າງເຂດເສດຖະກິດຮ່ວມລະຫວ່າງແຂວງກວາງຈີ້ ແລະແດນສະຫວັນ ກໍ່ຄືກໍ່ສ້າງແລວທາງເຊື່ອມຕໍ່ລະຫວ່າງແຂວງກວາງຈີ້ , ແຂວງຈໍາປາສັກ, ສາລະວັນ ແລະອຸບອນ (ປະເທດໄທ). ທ່ານ ສຸພັນ ແກ້ວມີໄຊ ສະແດງຄວາມຫວັງວ່າດ້ວຍການຊີ້ນໍາ, ໜູນຊ່ວຍຢ່າງທັນການຂອງລັດຖະບານສອງປະເທດ, ບັນດາທ້ອງຖິ່ນຕິດກັບຊາຍແດນຈະນັບມື້ນັບພັດທະນາ.

ໂດຍ: ທູຈາງ