ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ເຈິ່ນວັນເຊີນ ໄດ້ລາຍງານສະພາບການເຄື່ອນໄຫວຂອງກົມກອງ, ພ້ອມທັງສະແດງຄວາມຂອບອົກຂອບໃຈການນຳພັກ, ອຳນາດການປົກຄອງ, ກອງບັນຊາການທະຫານ, ພະແນກສະຫວັດດີການ-ສັງຄົມແຂວງ, ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະປະຊາຊົນລາວ ໄດ້ສະຫງວນອາລົມຈິດພິເສດ, ການຊ່ວຍເຫຼືອອັນໃຫຍ່ຫຼວງ ເພື່ອໃຫ້ກອງທ້ອນໂຮມອັດຖິທະຫານປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫຼືອໃນວິວັດການສຳຫຼວດ ແລະທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ.

ທ່ານ ກອງແກ້ວ ໄຊສົງຄາມ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ອຳນາດການປົກຄອງ, ຄະນະປະຕິບັດງານພິເສດແຂວງຈະສືບຕໍ່ຊີ້ນຳວຽກງານໂຄສະນາ, ປຸກລະດົມຂະບວນການສະໜອງຂໍ້ມູນຂ່າວສານຂອງທະຫານເສຍສະຫຼະຊີວິດເພື່ອຊາດ; ສົມທົບກັນ, ຊ່ວຍເຫຼືອໃນການຈັດສົ່ງກຳລັງໄປນຳເພື່ອສະໜອງຂໍ້ມູນຂ່າວສານ, ສ້າງເງື່ອນໄຂສະດວກໃຫ້ກອງທ້ອນໂຮມ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ບ໊າເຕິນ.
leftcenterrightdel
ການນຳກອງບັນຊາການທະຫານແຂວງຮ່າຕິ້ງ ມອບດອກໄມ້ອວຍພອນຄະນະປະຕິບັດງານແຂວງບໍລິຄຳໄຊ. ພາບ: ບ໊າເຕິນ.
leftcenterrightdel
ຄະນະປະຕິບັດງານແຂວງບໍລິຄຳໄຊ ຢ້ຽມຊົມລະບົບບໍລິຫານ, ກວດກາ, ຕິດຕາມກວດກາການບຳບັດນ້ຳເສຍຂອງ Formosa ຮ່າຕິ້ງ. ພາບ: ບ໊າເຕິນ.
leftcenterrightdel
 
leftcenterrightdel
 
leftcenterrightdel
ຄະນະປະຕິບັດງານແຂວງບໍລິຄຳໄຊ ຢ້ຽມຊົມທ່າກໍາປັ່ນສາກົນ ລາວ - ຫວຽດນາມ. ພາບ: ບ໊າເຕິນ.

ໂດຍ: ວຽງຄຳ