ການພົບປະຄັ້ງນີ້, ທ່ານຖ້ວນຫຶວ ກ່າວວ່າສາຍພົວພັນມິດຕະພາບອັນດີງາມລະຫວ່າງສະມາຄົມນັກຂ່າວຫວຽດນາມ ແລະສະມາຄົມນັກຂ່າວລາວເວົ້າສະເພາະ ແລະໜັງສືພີມສອງປະເທດເວົ້າລວມໃນໄລຍະຜ່ານມາໄດ້ປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການເພີ່ມທະວີຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດອ້າຍນ້ອງຫວຽດນາມ-ລາວ ໃຫ້ນັບມື້ເພີ່ມພູນ ແລະພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ຄາດວ່າສອງຝ່າຍຈະສືບຕໍ່ຮ່ວມມືກັນໃນການສະໜອງຂ່າວສານ, ທັງຂົງເຂດການເມືອງ, ເສດຖະກິດ, ສັງຄົມຢ່າງຮອບດ້ານ; ນີ້ິ້ຖືເປັນວຽກງານສຳຄັນໃນການປະກອບສ່ວນເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ. ຄຽງຄູ່ກັນນັ້ນ, ສອງຝ່າຍຈະຊຸກຍູ້ໃນຂົງເຂດວິຊາການສື່ມວນຊົນ,​ ຍົກສູງຄວາມເປັນມືອາຊີບຂອງນັກຂ່າວຂຶ້ນຕື່ມ; ພະຍາຍາມເຂົ້າເຖິງວຽກງານການສ້າງນັກຂ່າວໃຫ້ໄດ້ຫຼາກຫຼາຍຮູບແບບເພື່ອໃຫ້ທັນກັບທ່າອຽງການພັດທະນາສື່ມວນຊົນທ່ີທັນສະໄໝ, ພ້ອມທັງສົ່ງເສີມບັນດາສະມາຄົມນັກຂ່າວລະດັບທ້ອງຖິ່ນຂອງສອງປະເທດໃຫ້ເພີ່ມທະວີຕິດຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະແລກປ່ຽນຢ້ຽມຢາມລະດັບການນຳຂອງສອງຝ່າຍ.

leftcenterrightdel
ພາບ: kpl.gov.la.

ທ່ານ ສະຫວັນຄອນ ລາຊະມົນຕີ ກໍ່ໄດ້ສະແດງຄວາມປິຕິຍິນດີໃນການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າສະມາຄົມນັກຂ່າວທັງສອງຍາມໃດກໍ່ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນຄວາມສາມັກຄີແບບພິເສດອັນເປັນມູນເຊື້ອລະຫວ່າງສອງປະເທດ, ພ້ອມທັງກ່າວວ່າເປົ້າໝາຍສຳຄັນໃນການຢ້ຽມຢາມຄັ້ງນີ້ແມ່ນເພື່ອແລກປ່ຽນປະສົບການກ່ຽວກັບວິຊາຊີບ ແລະສື່ມວນຊົນເພື່ອພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ. ໃນປັດຈຸບັນ, ໂດຍສະເພາະການເຜີຍແຜ່ຂໍ້ມູນຂ່າວສານໃນລາວໃຫ້ມີບາດກ້າວພັດທະນາກະໂດດຂັ້ນດ້ານເນື້ອໃນການນຳສະເໜີຂ່າວ ແລະວິທີການສົ່ງຂ່າວສານໃນຍຸກດີຈີຕອນ.

ຂ່າວ: ຂປລ