leftcenterrightdel
ພາບປະກອບຈາກ: kpl.gov.

ກອງ​ປະຊຸມໃນຄັ້ງນີ້ໄດ້ປຶກສາຫາລື ແລະແລກປ່ຽນຄຳຄິດຄຳເຫັນເພື່ອຄວາມເປັນເອກະພາບໃນການປຸກສ້າງສູນພາສາຫວຽດນາມ ຢູ່  ແຂວງສາລະວັນ ທີ່ອໍານາດການປົກຄອງນະຄອນດ່ານັ້ງ  ສສ.ຫວຽດນາມ ​ໄດ້ເຫັນດີອະນຸມັດໂຄງການກໍ່ສ້າງພ້ອມ​ທັງລົງກວດກາເນື້ອທີ່ ແລະສະຖານທີ່ປຸກສ້າງຕົວຈິງ, ເຊິ່ງມີເນື້ອທີ່ໃນການປຸກສ້າງທັງໜົດ 626,64 ຕາແມັດ, ປະກອບມີ 5 ຫ້ອງຮຽນ, ມີຫ້ອງການຄູ 1 ຫ້ອງ, ຫ້ອງພັກຄູ 2 ຫ້ອງ, ຫ້ອງອ່ານໜັງສື 1 ຫ້ອງ, ຫ້ອງປະຊຸມ ແລະເຮັດກິດຈະກໍາ 1 ຫ້ອງ, ຫ້ອງຄົວ 1 ຫ້ອງ, ມີຫ້ອງນໍ້າ ແລະເຟີນີເຈີຄົບຊຸດ, ລວມມູນຄ່າທັງໜົດ 7,1 ຕື້ດົ່ງ ​ແລະຄາດວ່າຈະເລີ່ມລົງມືກໍ່ສ້າງໃນທ້າຍເດືອນ ພະຈິກ 2018 ນີ້.

ຂ່າວ: ຂປລ