ເຂົ້າຮ່ວມມີທ່ານ ເລງັອກຮວາ - ຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ, ການນຳກອງບັນຊາການທະຫານແຂວງບໍລິຄຳໄຊ ແລະກອງບັນຊາການທະຫານຊາຍແດນແຂວງເງະອານ.

leftcenterrightdel
ບັນຍາກາດທີ່ພິທີອັດຊຸດຝຶກອົບຮົມ. ພາບ: baonghean.vn

ພາຍຫຼັງການຈັດຊຸດຝຶກອົບຮົມມາເປັນເວລາເກືອບ 1 ເດືອນ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ປະຕິບັດແຜນການຝຶກອົບຮົມຢ່າງເຂັ້ມງວດ, ຕັ້ງໜ້າປ່ຽນແປງວິທີການສອນແບບໃໝ່, ແປພາສາເພື່ອຮັບປະກັນບັນດາເງື່ອນໄຂດີທີ່ສຸດໃຫ້ບັນດານັກສຳມະນາກອນຮັບເອົາບັນດາເນື້ອໃນບົດຮຽນ.

leftcenterrightdel
ທ່ານ ເລງັອກຮວາ ແລະການນຳກອງບັນຊາການທະຫານຊາຍແດນແຂວງເງະອານ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງບໍລິຄຳໄຊ. ພາບ: baonghean.vn.

ບັນດານັກສຳມະນາກອນໄດ້ປະຕິບັດລະບອບລະບຽບການ, ການກຳນົດຂອງຄະນະຄຸ້ມຄອງຫ້ອງຮຽນຢ່າງເຂັ້ມງວດ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບບ່ອນກິນຢູ່, ເພື່ອຄົ້ນຄວ້າ, ກຳແໜ້ນບັນດາຄວາມຮູ້ຂອງກົດໝາຍສາກົນໄດ້ໂດຍພື້ນຖານ; ເສັ້ນຊາຍແດນແຫ່ງຊາດຕາມກົດໝາຍສາກົນ; ບັນດາເນື້ອໃນ, ມາດຕະການໃນວຽກງານຈັດຕັ້ງບັນຊາການປົກປັກຮັກສາເສັ້ນຊາຍແດນຂອງກອງບັນຊາການທະຫານຊາຍແດນແຂວງເງະອານ; ຂັ້ນຕອນວຽງານກວດກາ, ຕິດຕາມກວດກາດ່ານສາກົນ, ຂັ້ນຕອນວຽກງານລາດຕະເວນຝ່າຍດຽວ, ສອງຝ່າຍ...

ຜ່ານກວດກາ, 100% ນັກສຳມະນາກອນໄດ້ຈັດຢູ່ໃນປະເພດເກັ່ງ, ສຳເລັດລາຍການຕາມແຜນການທີ່ໄດ້ວາງອອກ.

ໂດຍ: ທູຮັ່ງ