ສະຫາຍ ໂງໂຕນເຕີ້ນ ກຳມະການພັກແຂວງ, ປະທານກຳມະບານແຂວງແທັງຮວາ ສສ.ຫວຽດນາມ ​ໄດ້​ມອບ​ເງິນຈຳນວນ 150 ລ້ານດົງ ໃຫ້ກຳມະບານແຂວງຫົວພັນ ເພື່ອປະກອບສ່ວນສ້າງເຮືອນຢູ່ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນຜູ້ທຸກຍາກ  ແລະມອບເງິນຈຳນວນ 20 ລ້ານດົງ  ເພື່ອນຳໃຊ້ເຂົ້າໃນວຽກງານກຳມະບານ​ພາຍ​ໃນ​ແຂວງ ​ຫົວພັນ ຕື່ມອີກ.

ການ​ພົບ​ປະ​​ຄັ້ງ​ນີ້, ສອງ​ຝ່າຍຕ່າງ​ກໍ​ໄດ້ລາຍງານສະພາບການທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກຢູ່ໃນຂົງເຂດວຽກງານກຳມະບານຂອງຕົນໃຫ້ກັນຊາບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ທັງສອງຝ່າຍທີ່ໄດ້ເຊັນຮ່ວມກັນໂດຍໄດ້​ເປັນເອກະພາບວ່າທັງສອງແຂວງຕ້ອງໄດ້ພັດປ່ຽນກັນເປັນເຈົ້າພາບຈັດງານພົບປະກັນ ປີລະຄັ້ງ ເພື່ອເປັນການເພີ່ມທະວີຄວາມສາມັກຄີ ຮັກແພງ ແບບພິສດ ​ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ​ໂດຍສະເພາະ ແມ່ນແຂວງ ຫົວພັນ -ແຂວງ ແທັງຮວາ ໃຫ້ນັບມື້ຂະຫຍາຍຕົວ ແລະແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ: ງຸດ ວິໄລຄຳ