ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານ ນາມ ວິຍາເກດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ນັບມື້ນັບໄດ້ຮັບການພັດທະນາຢ່າງເລິກເຊິ່ງ ກວ້າງຂວາງໃນທຸກໆຂົງເຂດ.

ລາຍງານໃຫ້ທ່ານ ຫງວຽນຊວນຖັ໊ງ ຮັບຊາບໂດຍສັງເຂບກ່ຽວກັບສາຍພົວພັນຮ່ວມມືລະຫວ່າງສອງສະພາໃນໄລຍະຜ່ານມາ ແລະໝາກຜົນໃນການເຮັດວຽກກັບສະພາທິດສະດີສູນກາງກ່ຽວກັບການຮ່ວມມືລະຫວ່າງສອງສະພາໃນປີ 2019, ທ່ານ ນາມ ວິຍາເກດ ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃຫ້ແກ່ສະພາວິທະຍາສາດສັງຄົມແຫ່ງຊາດລາວ ໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຫງວຽນຊວນຖັ໊ງ ຕ້ອນຮັບທ່ານ ນາມ ວິຍາເກດ. ພາບ: ສໍານັກຂ່າວສານ ຫວຽດນາມ.

ທ່ານ ນາມ ວິຍາເກດ ສະເໜີວ່າ, ການນໍາສອງປະເທດສືບຕໍ່ເອົາໃຈໃສ່ຊີ້ນໍາສອງສະພາເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ, ທິດສະດີ, ບົດຮຽນ ແລະຜົນງານໃນການຄົ້ນຄວ້າວິທະຍາສາດຢ່າງທັນການ ເພື່ອຮັບໃຊ້ສອງພັກ, ສອງລັດໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດໃນສະພາບການໃໝ່.

ທ່ານ ຫງວຽນຊວນຖັ໊ງ ຖືວ່າ: ການຢ້ຽມຢາມຄັ້ງນີ້ຂອງຄະນະຈະປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງສະພາກໍ່ຄືສາຍພົວພັນລະຫວ່າງສອງພັກ, ສອງລັດ; ຂໍສະແດງຄວາມຂອບອົບຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າເຊິ່ງພັກ, ລັດ ແລະປະຊາຊົນລາວ ສະຫງວນໃຫ້ແກ່ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ.

ທ່ານ ຫງວຽນຊວນຖັ໊ງ ຕີລາຄາສູງໝາກຜົນໃນການຮ່ວມມືລະຫວ່າງສອງສະພາໃນໄລຍະຜ່າມາ ແລະປາດຖະໜາວ່າໃນໄລຍະຈະມາເຖິງ, ສະພາວິທະຍາສາດສັງຄົມແຫ່ງຊາດລາວ ຈະສືບຕໍ່ຮ່ວມມືກັບສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງກອງປະຊຸມສຳມະນາທິດສະດີຄັ້ງທີ 7 ລະຫວ່າງສອງພັກຢູ່ຫວຽດນາມ, ປະຕິບັດວຽກງານຄົ້ນຄວ້າວິທະຍາສາດ, ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ສອງພັກ, ສອງລັດກ່ຽວກັບວຽກງານແນວຄິດ, ທິດສະດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມເອກະສານໃຫ້ແກ່ກອງປະຊຸມໃຫຍ່ຂອງແຕ່ລະພັກ, ກຳນົດທິດທາງພັດທະນາຂອງສອງພັກ, ສອງລັດໃນໄລຍະຈະມາເຖິງ.

ໂດຍ: ບົວພອນ