leftcenterrightdel
ກອງພົນ 316 ແລະກອງພົນ 2 (ກອງທັບປະຊາຊົນລາວ) ລົງນາມໃນບົດບັນທຶກຊ່ວຍຈຳ. ພາບ: quankhu2.vn.

ໃນໄລຍະຜ່ານມາ, ສອງກົມກອງໄດ້ປະຕິບັດວຽກງານໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ, ນັກຮົບກ່ຽວກັບມູນເຊື້ອຂອງກົມກອງ, ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດເວົ້າລວມ, ສາຍພົວພັນສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງສອງກົມກອງເວົ້າສະເພາະເປັນຢ່າງດີ; ຫົວໜ້າທຸກຂັ້ນຍາມໃດກໍ່ເອົາໃຈໃສ່, ຊີ້ນຳ ແລະຈັດຕັ້ງການປະຕິບັດບັນດາເນື້ອໃນແຮກສ່ຽວລະຫວ່າງສອງກົມກອງຢ່າງມີປະສິດທິຜົນ. ໃນໄລຍະຈະມາເຖິງ, ສອງກົມກອງສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວແຮກສ່ຽວທັງລວງກວ້າງ ແລະລວງເລິກ; ປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມ, ບົດບັນທຶກຊ່ວຍຈຳເປັນຢ່າງດີ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແຈ້ງໃຫ້ກັນຮັບຊາບສະພາບການ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ...

ໂດຍ: ທູຮັ່ງ