ການ​ພົບ​ປະ ແລະເຮັດ​ວຽກ​ຄັ້ງ​ນີ້ທັງ​ສອງ​ຝ່າຍ​ໄດ້​ຜັດ­ປ່ຽນ​ກັນ​ຂຶ້ນ​ລາຍ​ງານສະ­ພາບ​ພົ້ນ​ເດັ່ນ​ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ກວດ­ກາ​ຂອງ​ຕົນ​ໃຫ້​ແກ່​ກັນ​ຊາບໂດຍ​ສະ­ເພາະ​ແມ່ນ​ຂໍ້​ສະ­ດວກ ແລະຂໍ້​ຫຍຸ້ງ­ຍາກ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ກວດ­ກາແນໃສ່​ເປັນ​ການ​ຖອດ​ຖອນແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະກັນປະ­ກອບ­ສ່ວນ​ເຂົ້າ​ໃນ​ວຽກ​ງານ​ການ​ຕ້ານ ແລະສະ­ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງພ້ອມ​ທັງ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະກິດສັງ­ຄົມ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະນະ­ຄອນ­ຫຼວງ​ຮ່າໂນ້ຍ ຂອງ ສສ ຫວຽດ­ນາມ ໃຫ້​ມີ​ຄວາມ​ຈະ­ເລີນ​ສີ­ວິ­ໄລ​ເປັນ​ກ້າວໆ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: vientianemai.net.

 ນອກ​ນັ້ນສຳ­ລັບ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າທ່ານ​ເຈົ້າ​ຄອງ​ນະ­ຄອນຫຼວງ​ວຽງ​ຈັນ ໄດ້​ສະ­ເໜີ​ຂໍ​ການ​ຮ່ວມ​ມື​ແລກ­ປ່ຽນ​ບົດ­ຮຽນ​ວຽກ​ງານ​ກວດ­ກາ​ໃນ​ລະ­ດັບ​ທ້ອງ­ຖິ່ນ (ນະ­ຄອນ­ຫຼວງ​ວຽງ​ຈັນ ກັບນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ຫຼື ແຂວງ​ອື່ນ​ບ່ອນ​ມີ​ເງື່ອນ­ໄຂ) ເປັນ­ຕົ້ນການ​ເກັບ​ກຳ​ຂໍ້​ມູນການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງຄຳ​ຮ້ອງ​ຄຳ​ສະເໜີ​ຂອງ​ປະ­ຊາ­ຊົນການ​ສືບ­ສວນສອບ​ສວນການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແລະອື່ນໆ. ນອກ​ນັ້ນຍັງ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ຜົນ­ສຳ­ເລັດ ແລະການ​ຮ່ວມ​ມື​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະກັນ​ຮອບ­ດ້ານລະ­ຫວ່າງນະ­ຄອນ­ຫຼວງ​ວຽງ​ຈັນ ແລະນະ­ຄອນ­ຫຼວງ​ຂອງ ສສ ຫວຽດ­ນາມ ໄລ­ຍະ​ຜ່ານ​ມາເຊິ່ງ​ສິ່ງ​ດັ່ງ­ກ່າວມັນ​ໄດ້​ສະ­ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວ­ພັນ​ຄວາມ​ສາ­ມັກ­ຄີ​ແບບ​ພິ­ເສດລະ­ຫວ່າງລາວ-ຫວຽດ­ນາມ ທີ່​ມີ​ມາ​ແຕ່​ດົນ​ນານພ້ອມ​ທັງ​ຈະ​ສືບ­ຕໍ່​ການ​ຮ່ວມ​ມື​ພັດ­ທະ­ນາ​ຢ່າງ​ແຂງ­ແຮງປະ­ກອບ­ສ່ວນ​ສາຍ​ພົວ­ພັນ​ຮ່ວມ​ມື​ທຸກ​ຂົງ­ເຂດ​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ຍິ່ງໆ​ຂຶ້ນ.

ຂ່າວ: ວຽນຈັນໃໝ່