ດ້ວຍເປົ້າໝາຍປະກອບສ່ວນປັບປຸງ, ປ່ຽນແປງໃໝ່ ແລະພັດທະນາສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດຫວຽດນາມ-ລາວ ໃຫ້ເລິກເຊິ່ງ ກວ້າງຂວາງກວ່າອີກ, ໃນຫຼາຍປີຜ່ານມາ, ນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ໄດ້ລົງນາມ ແລະຜັນຂະຫຍາຍຫຼາຍໂຄງການ, ຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດຄື: ເສດຖະກິດ, ວັດທະນະທໍາ, ສາທາລະນະສຸກ... ຢ່າງມີປະສິດທິຜົນ.

leftcenterrightdel
ພິທີປະດັບຫຼຽນໄຊແຮງງານຊັ້ນ III ໂດຍປະທານປະເທດ ສປປ ລາວ ມອບໃຫ້ໂຮງຮຽນເລຢ໊ວນ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ທ່ານນາງ ສຸມະລີ ທໍາມະວົງ ເລຂາຄະນະຊາວໜຸ່ມນະຄອນວຽງຈັນ ໃຫ້ຮູ້ວ່າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງໂຮງຮຽນເລຢ໊ວນ (19/5/1983 – 19/5/2018), ປະທານປະເທດ ສປປ ລາວ ໄດ້ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ໂຮງຮຽນເລຢ໊ວນ. ນີ້ແມ່ນການຮັບຮູ້ບັນດາການປະກອບສ່ວນຂອງໂຮງຮຽນໃນຂົງເຂດບໍາລຸງສ້າງ, ບໍາລຸງພະນັກງານຮັບຜິດຊອບເຍົາວະຊົນໃຫ້ແກ່ຄະນະຊາວໜຸ່ມນະຄອນວຽງຈັນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ, ຊຸກຍູ້ການພົບປະແລກປ່ຽນຮ່ວມມືພັດທະນາກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການເຍົາວະຊົນອະນຸຊົນຂອງໄວໜຸ່ມນະຄອນຫຼວງສອງປະເທດ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນທື໋ເມື່ອຍ, ອະທິການບໍດີໂຮງຮຽນເລຢ໊ວນ ໃຫ້ຮູ້ວ່າ, ໃນຕໍ່ໜ້າ, ໂຮງຮຽນຈະເປັນເຈົ້າການເປັນເສນາທິການຕໍ່ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະຄະນະຊາວໜຸ່ມນະຄອນວຽງຈັນ ຍູ້ແຮງວຽກງານບໍາລຸງສ້າງ, ບໍາລຸງໃຫ້ພະນັກງານຊາວໜຸ່ມກວ່າອີກ ແລະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກຢູ່ລາວ.

ທ່ານ ຫງວຽນຫງອກຫວຽດ ເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຢັ້ງຢືນວ່າ, ເພື່ອປະກອບສ່ວນເພີ່ມພູນຄູນສ້າງ ແລະພັດທະນານໍ້າໃຈມິດຕະພາບລະຫວ່າງສອງຊາດຫວຽດນາມ-ລາວ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະຄະນະຊາວໜຸ່ມນະຄອນວຽງຈັນ ຈະຍູ້ແຮງບັນດາການເຄື່ອນໄຫວອາສາສະໝັກ, ເພີ່ມທະວີການໜູນຊ່ວຍ, ຕອບສະໜອງຄວາມຕ້ອງການຈໍາເປັນຂອງເຍົາວະຊົນອະນຸຊົນນະຄອນຫຼວງວຽງຈັນ; ຊີ້ນໍາໂຮງຮຽນເລຢ໊ວນ ເປີດກວ້າງເປົ້າໝາຍບໍາລຸງສ້າງ, ບໍາລຸງໃຫ້ພະນັກງານຊາວໜຸ່ມຂອງນະຄອນຫຼວງວຽງຈັນ.

ໂດຍ: ບົວພອນ