ໃນ​ໂອກາດ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ຜູ້​ແທນນະຄອນຫລວງ​ວຽງ​ຈັນ ໄດ້​ພົບ​ກັບ​ສະຫາຍ ຮວ່າງ​ຈຸງຫາຍ ກຳ​ມະການ​ກົມ​ການເມືອງສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ, ເລຂາ​​ພັກ​ນະຄອນ​ຮ່າ​ໂນ້ຍ ພ້ອມ​ດ້ວຍ​ຄະນະ ເຊິ່ງ​ທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນທົບ​ທວນຄືນ​ການ​ປະຕິບັດ​ບົດ​ບັນທຶກ​ການ​ຮ່ວມ​ມື​ຂອງ​ສອງ​ນະຄອນ (ໄລຍະ 2017-2020) ທີ່​ໄດ້​ລົງ​ນາມ​ກັນ​ໃນ​ເດືອນ  11 ປີ 2017 ຜ່ານ​ມາ ແລະປຶກສາ​ຫາລື​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າ.

leftcenterrightdel
ການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ແລະຄະນະຜູ້ແທນຂັ້ນສູງນະຄອນວຽງຈັນ. ພາບ: hanoimoi.com.vn.

ຜ່ານ​ການ​ທົບ​ທວນໃນຄັ້ງນີ້, ​ທັງ​ສອງ​ຝ່າຍ​ມີ​ຄວາມ​ເພິ່ງ​ພໍໃຈທີ່​ເຫັນ​ວ່າ​ບົດ​ບັນທຶກ​ການ​ຮ່ວມ​ມື​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ, ເນື້ອ​ໃນ​ບົດ​ບັນທຶກ​ທັງ​ໝົດ​ມີ 11 ຂໍ້ມາ​ຮອດ​ປັດຈຸບັນພຽງ​ເວລາ​ບໍ່​ຮອດ​ໜຶ່ງ​ປີສາມາດ​ປະຕິບັດ​ໄດ້​ແລ້ວ 8 ຂໍ້ ແລະ 3 ຂໍ້ກຳລັງ​ກະກຽມ​ປະຕິບັດ (ຍ້ອນ​ເວລາ​ຍັງ​ບໍ່​ທັນ​ຮອດ), ທັງ​ສອງ​ຝ່າຍຍັງ​ໄດ້​ປຶກສາ​ຫາລື​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າເປັນຕົ້ນ: ໂຄງການ​ຮ່ວມ​ມື​ໃນ​ການ​ສ້າງ​ສູນ​ການ​ຄ້າ​ວຽງ​ຈັນ​ ຢູ່​ຮ່າ​ໂນ້ຍ ແລະສູນ​ການ​ຄ້າ​ຮ່າ​ໂນ້ຍ ​ຢູ່​ວຽງ​ຈັນ. ພ້ອມ​ດຽວ​ກັນ​, ຄະນະ​ຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ບົດຮຽນ​ກ່ຽວ​ກັບ​ການ​ສ້າງ​ລັດຖະບານເອ​ເລັກ​ໂຕ​ນິກ ແລະການ​ຈັດ​ເກັບ​ລາຍ​ຮັບ​ຈາກ​ຊ່ຽວຊານ​ຂອງ​ຮ່າ​ໂນ້ຍ ແລະໄດ້​ຖອດ​ຖອນ​ບົດຮຽນ​ຕົວ​ຈິງ​ຢູ່​ເມືອງ​ລອງ​ບຽນ ນະຄອນ​ຮ່າ​ໂນ້ຍ ໃນ​ການ​ນຳ​ໃຊ້​ລະບົບ​ເອ​ເລັກໂຕ​ນິກ  ແລະການ​ນຳ​ໃຊ້​ເຕັກ​ໂນ​ໂລຢີຂ່າວສານ​ການ​ຄຸ້ມ​ຄອງ​ລັດ.

leftcenterrightdel
ພາບປະກອບຈາກ: hanoimoi.com.vn.

ນອກ​ນີ້, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນກັວກເວື້ອງ ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດນາມ ແລະສະຫາຍ ເຈືອງຮວ່າບິງ ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ. ​ໃນ​ໂອກາດ​ນີ້, ທ່ານ​ເຈົ້າ​ຄອງນະຄອນຫລວງວຽງຈັນກໍ່ໄດ້​ລາຍ​ງານ​ຜົນ​ການ​ທົບ​ທວນ​ບົດ​ບັນທຶກ​ການ​ຮ່ວມ​ມືຂອງ​ສອງ​ນະຄອນໃຫ້ຮັບຊາບ.

ເນື້ອໃນ: ຂປລ