ກອງປະຊຸມຄັ້ງນ້ີແມ່ນກາລະໂອກາດເພື່ອໃຫ້ບັນດານັກວິທະຍາສາດຂອງສາມປະເທດແລກປ່່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາໃໝ່ທີ່ສົ່ງຜົນກະທົບເຖິງສາມປະເທດ, ພາກພື້ນ ແລະສາກົນ; ຊ່ວຍຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ ແລະເລິກເຊິ່ງປະກອບສ່ວນຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງແຫ່ງຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ.

leftcenterrightdel
ພາບປະກອບຄັດຈາກ: baophapluat.vn.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຖັ໋ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສະເໜີບັນດານັກວິທະຍາສາດສຸມໃສ່ປຶກສາຫາລືບັນດາບັນຫາ ຄື: ຮັບຮູ້ສະພາບການໃໝ່ຢູ່ພາກພື້ນ, ສາກົນ ແລະແຕ່ລະປະເທດ, ຍົກອອກບັນດາໂອກາດ ແລະສິ່ງທ້າທາຍສຳລັບການພົວພັນຂອງສາມປະເທດໃນໄລຍະຈະມາເຖິງ; ສະຫຼຸບ, ຕີລາຄາການພົວພັນຫວຽດນາມ - ລາວ - ກໍາປູເຈຍ ໃນໄລຍະຜ່ານມາ, ເຮັດແຈ້ງບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ສາຍເຫດ, ຈາກນັ້ນຊ່ວຍຢັ້ງຢືນບົດບາດ, ຄວາມໝາຍຂອງການພົວພັນນີ້ສຳລັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ. ຈາກນ້ັນ, ສະເໜີບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສາມປະເທດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ.

ໂດຍ: ວຽງຄຳ