ໃນໄລຍະປະຈຸບັນ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດຫວຽດນາມ ຢືນຢັນວ່າ, ເອົາໃຈໃສ່ເຖິງການພັດທະນາການພົວພັນຮ່ວມມື, ມິດຕະພາບ, ມູນເຊື້ອກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫຍ່, ຄູ່ຮ່ວມມືສໍາຄັນ. ນີ້ແມ່ນທິດທາງບຸລິມະສິດແຖວໜ້າໃນການເຄື່ອນໄຫວພົວພັນຕ່າງປະເທດ, ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບລວມຂອງປະເທດຊາດ. ຍ້ອນເຫດນັ້ນ, ເລື່ອງຍົກສູງລະດັບຄວາມຮູ້ດ້ານພາສາຕ່າງປະເທດເວົ້າລວມ ແລະພາສາລາວເວົ້າສະເພາະໃຫ້ພະນັກງານພາຍໃນແຂວງແມ່ນເນື້ອໃນຈໍາເປັນສໍາລັບທະຫານຊາຍແດນ ແລະບັນດາກົມກອງເຮັດໜ້າທີ່ສ້າງສາ, ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ.

leftcenterrightdel
ເລື່ອງຍົກສູງກໍາລັງຄວາມສາມາດໃນການທັກທາຍດ້ວຍພາສາລາວຈະຊ່ວຍທະຫານຊາຍແດນແຂວງເງະອານ ປະຕິບັດວຽກງານພົວພັນຕ່າງປະເທດດ້ານຊາຍແດນ ແລະການທູດປະຊາຊົນສອງຟາກຊາຍແດນເປັນຢ່າງດີ. ພາບ: baobienphong.com.

ຊຸດຮຽນພາສາລາວໄດ້ໄຂຂຶ້ນໃນກາງເດືອນມິຖຸນາ 2018. ອາທິດໜຶ່ງຮຽນສາມວັນ. ຊຸດຮຽນມີນັກສໍາມະນາກອນທັງໝົດ 86 ຄົນ, ໃນນັ້ນມີພະນັກງານສັງກັດບັນດາພະແນກ, ຄະນະ, ຂະແໜງຂັ້ນແຂວງ 35 ຄົນ ແລະນັກສໍາມະນາກອນແມ່ນທະຫານຊາຍແດນ 51 ຄົນ. ຄູສອນແມ່ນຄົນລາວທີ່ຮຽນ ແລະເຮັດວຽກຢູ່ແຂວງເງະອານ ເປັນເວລາຫຼາຍປີ. ທ່ານຮ້ອຍເອກພິເສດ ໂງວັນທ້ຽນ, ພະນັກງານຫ້ອງການເມືອງ, ທະຫານຊາຍແດນແຂວງເງະອານ ເວົ້າວ່າ: “ຊຸດຮຽນພາສາລາວສໍາຄັນ ແລະຈໍາເປັນສໍາລັບພະນັກງານ, ນັກຮົບທະຫານຊາຍແດນທີ່ສຸດ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າມາຮຽນເພື່ອພົວພັນແລກປ່ຽນກັບບັນດາເພື່ອນມິດລາວ, ພິເສດແມ່ນປະຊາຊົນບັນດາໝູ່ບ້ານຕິດກັບຊາຍແດນ. ຮູ້ພາສາລາວຊ່ວຍທະຫານຊາຍແດນປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນ, ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນສະພາບການກັບກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດ”.

ຊຸດຮຽນພາສາລາວແກ່ຍາວເປັນເວລາ 3 ເດືອນ, ຊ່ວຍນັກສໍາມະນາກອນສາມາດຂຽນ, ອ່ານ, ຟັງ, ເຂົ້າໃຈ ແລະທັກທາຍດ້ວຍພາສາລາວໄດ້. ພ້ອມກັນນັ້ນ, ຊຸດຮຽນພາສາລາວກໍ່ສອນໃຫ້ພະນັກງານ, ລັດຖະກອນ, ພາລະກອນໃນບັນດາອົງການສຳນັກງານແຂວງເງະອານ ກ່ຽວກັບທັກສະການທັກທາຍກັບພະນັກງານ, ປະຊາຊົນລາວ ເມື່ອແລກປ່ຽນວຽກງານ.

ທ່ານປທ ສີໂວເນ ເຣວໄວບຸນທະວິ, ນັກຄົ້ນຄວ້າຂອງມະຫາວິທະຍາໄລວີງ (ເງະອານ), ເຊິ່ງແມ່ນຄູສອນພາສາລາວໃຫ້ຮູ້ວ່າ: “ໄດ້ສອນພາສາລາວໃຫ້ພະນັກງານບັນດາອົງການສຳນັກງານ, ຄະນະ, ຂະແໜງການແຂວງເງະອານ ແມ່ນຄວາມປິຕິຊົມຊື່ນຂອງຂ້າພະເຈົ້າ. ດ້ວຍຄວາມມຸ່ງມາດປາດຖະໜາຢາກຊ່ວຍບັນດານັກສໍາມະນາກອນສາມາດຮຽນໄດ້ໄວ, ສົນທະນາທັກທາຍກັບຄົນລາວໄດ້, ຍາມໃດຂ້າພະເຈົ້າກໍ່ມານະພະຍາຍາມກະກຽມເນື້ອໃນການສອນເປັນຢ່າງດີເມື່ອຂຶ້ນຫ້ອງສອນ.

ທ່ານ ເລງັອກຮວາ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ຕີລາຄາວ່າ: ມາຮອດປະຈຸບັນ, ພາຍຫຼັງການຮຽນພາສາລາວມາເປັນເວລາ 3 ເດືອນ, ບັນດານັກສໍາມະນາກອນກໍາໄດ້ບັນດາຄວາມຮູ້ພື້ນຖານກ່ຽວກັບທັກສະໃນການຟັງ, ເວົ້າ, ອ່ານ, ຂຽນພາສາລາວ. ຜ່ານນັ້ນ, ນັກຮຽນກໍ່ເຂົ້າໃຈກ່ຽວກັບຮີດຄອງປະເພນີ, ປະຊາຊົນ ແລະມູນເຊື້ອວັດທະນະທໍາຂອງປະເທດເພື່ອນມິດລາວກວ່າອີກ. ຄະນະຈັດຕັ້ງໄດ້ຮັກສາການປະຕິບັດກົດລະບຽບ, ຂໍ້ກໍານົດຂອງຊຸດຮຽນຢ່າງເຂັ້ມງວດ; ຄຸ້ມຄອງບັນດານັກສໍາມະນາກອນ, ເນື້ອໃນ, ຕໍາລາຊຸດຮຽນຕາມແຜນການເປັນຢ່າງດີ. ຈັດຕັ້ງການກວດກາ, ຕີລາຄາຜົນການຮໍ່າຮຽນຢ່າງເຂັ້ມງວດແລະອອກໃບຢັ້ງຢືນໃຫ້ບັນດານັກສໍາມະນາກອນ.

ເພື່ອເສີມຂະຫຍາຍຜົນຂອງຊຸດຮຽນ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຜັນຂະຫຍາຍ 2 ຊຸດຮຽນພາສາລາວໃຫ້ພະນັກງານ, ນັກຮົບ ແລະບັນດາອົງການ, ກົມກອງໃນບໍລິເວນປ້ອມຊາຍແດນດ່ານຊາຍແດນແທງທຸ໋ຍ ແລະປ້ອມຊາຍແດນດ່ານຊາຍແດນສາກົນນໍ້າກັ໊ນ ຕື່ມອີກ. ນີ້ແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບຍົກສູງກໍາລັງຄວາມສາມາດໃນການພົວພັນແລກປ່ຽນກັບພະນັກງານ, ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນຂອງລາວ. ຜ່ານນັ້ນ, ປະກອບສ່ວນປະຕິບັດວຽກງານການພົວພັນຕ່າງປະເທດດ້ານຊາຍແດນເປັນຢ່າງດີ ກໍ່ຄືສົມທົບກັນປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນເປັນຢ່າງດີ.

ໂດຍ: ທະນາພອນ