ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບນໍາກັນວ່າໃນຊຸມປີຕໍ່ໜ້າ, ສອງແຂວງສືບຕໍ່ຍູ້ແຮງການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອມິດຕະພາບ, ນໍ້າໃຈສາມັກຄີແບບພິເສດລະຫວ່າງສອງຊາດ, ສອງພັກ, ສອງລັດ ຫວຽດນາມ-ລາວ; ຍູ້ແຮງການສົ່ງເສີມດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ; ສືບຕໍ່ຜັນຂະຫຍາຍການກໍ່ສ້າງເສັ້ນທາງຫຼວງ 9B ໄປເຖິງເຂດ ຈຸດມຸດ-ລ້າວິນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ລາຍງານ, ແລກປ່ຽນກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນເປັນປະຈໍາ, ເປັນຕົ້ນແມ່ນໃນການສົມທົບກັນມ້າງທໍາລາຍບັນດາເປົ້າໝາຍປະຕິການ, ແບ່ງແຍກນໍ້າໃຈສາມັກຄີ ຫວຽດນາມ-ລາວ; ມ້າງທໍາລາຍບັນດາການເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດ, ອາວຸດ, ການຄ້າເຖື່ອນ, ການຂ້າມຊາຍແດນຢ່າງຜິດກົດໝາຍ. ສິ້ນສຸດການພົບປະເຈລະຈາ, ການນໍາສອງແຂວງໄດ້ລົງນາມໃນບົດບັນທຶກການຮ່ວມມືເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງໃຫ້ນັບມື້ນັບພັດທະນາ ແລະເປີດກວ້າງ.

leftcenterrightdel
ພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງແຂວງສະຫວັນນະເຂດ ແລະແຂວງກວ້າງບິ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສັນຕິພາບ ພົມວິຫານ ໄດ້ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ແກ່ແຂວງກວ້າງບິ່ງ, ຫຼຽນໄຊອິດສະຫຼະຊັ້ນ II ໃຫ້ແກ່ທ່ານ ຮວ່າງດັງກວາງ, ເລຂາພັກແຂວງກວາງບິ່ງ, ຫຼຽນໄຊອິດສະຫຼະ ຊັ້ນ III  ໃຫ້ການນໍາສອງທ່ານຂອງແຂວງກວ້າງບິ່ງ.

leftcenterrightdel
ການນໍາແຂວງກວ້າງບິ່ງ ມອບໃບຍ້ອງຍໍໃຫ້ບັນດາບຸກຄົນຂອງແຂວງສະຫວັນນະເຂດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໂອກາດນີ້, ທ່ານ ຮວ່າງດັງກວາງ, ເລຂາພັກແຂວງກວາງບິ່ງ ໄດ້ມອບໃບຍ້ອງຍໍຂອງປະທານຄະນະກໍາມະການປະຊາຊົນ ແຂວງກວ້າງບິ່ງ ໃຫ້ແກ່ 3 ໝູ່ຄະນະ, 6 ຄົນທີ່ໄດ້ມີການປະກອບສ່ວນຫຼາຍຢ່າງໃນການສ້າງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງກວ້າງບິ່ງ ແລະແຂວງສະຫວັນນະເຂດ.

ໂດຍ: ທູຈາງ