ເຂົ້າຮ່ວມພິທີມີນັກສະແດງ, ນັກກິລາປະມານ 1.500 ຄົນ ທີ່ມາຈາກບັນດາເມືອງ, ເທດສະບານ, ນະຄອນຢູ່ພາຍໃນ ແລະຕ່າງແຂວງ ແລະມະຫາວິທະຍາໄລຮ້າລອງ. ນີ້ແມ່ນການເຄື່ອນໄຫວເຊີດຊູສີສັນວັດທະນະທຳບັນດາເຜົ່າຢູ່ເຂດຕາເວັນອອກສ່ຽງເໜືອ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນດ້ານວັດທະນະທຳພື້ນເມືອງ ແລະກິລາກາຍະກຳພື້ນເມືອງຂອງບັນດາເຜົ່າ, ສ້າງການຮ່ວມສຳພັນບັນດາການເຄື່ອນໄຫວປີທ່ອງທ່ຽວແຫ່ງຊາດ 2018 ຢູ່ແຂວງກວ໋າງນີງ, ປະກອບສ່ວນໂຄສະນາພາບພົດ, ເຂດດິນແດນ, ຊາວຊົນເຜົ່າ ແລະສີສັນວັດທະນະທຳ, ຜະລິດຕະພັນການທ່ອງທ່ຽວ, ການບໍລິການຢູ່ເຂດຕາເວັນອອກສ່ຽງເໜືອແຂວງກວ໋າງນີງອັນໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດເປັນຈຳນວນຫຼວງຫຼາຍ, ສ້າງການພັດທະນາການທ່ອງທ່ຽວ, ກໍ່ສ້າງເມືອງຕຽນອຽນ ໃຫ້ກາຍເປັນສູນວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າຢູ່ເຂດຕາເວັນອອກສ່ຽງເໜືອ.

ແຫຼ່ງຄັດຈາກ: vovworld.vn