ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 9 ຕຸລາ, ທ່ານ ເຈິ່ນກວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະກັບທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ.
ທີ່ການພົບປະ, ທ່ານ ເຈິ່ນກວກເວື້ອງ ໄດ້ແຈ້ງຫຍໍ້ສະພາບການຫວຽດນາມ ໃນໄລຍະມໍ່ໆມານີ້; ໝາກຜົນຂອງການພົບປະເຈລະຈາລະຫວ່າງສອງຄະນະຜູ້ແທນຂັ້ນສູງ; ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະປາດຖະໜາວ່າສະພາແຫ່ງຊາດສອງປະເທດ ກໍ່ຄືບັນດາກໍາມາທິການຂອງສະພາແຫ່ງຊາດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ກວດກາ, ຕິດຕາມກວດກາ, ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ ແລະບັນດາໂຄງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ ແລະສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສສາກົນ, ພາກພື້ນ ກໍ່ຄືບັນດາກົນໄກຮ່ວມມືອະນຸພາກພື້ນ, ເຮັດໃຫ້ການຮ່ວມມື, ຮ່ວມສໍາພັນຂອງປະຊາຄົມອາຊຽນເລິກເຊິ່ງກວ່າອີກ, ເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ແລະທັດສະນະລວມຂອງອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ.
|
|
ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວຕ້ອນຮັບທ່ານເຈິ່ນກວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ. ພາບ: nhandan.com.vn. |
ທ່ານນາງ ປານີ ຢາທໍ່ຕູ້ ໄດ້ແຈ້ງຫຍໍ້ກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດລາວ ແລະການຮ່ວມມືລະຫວ່າງ ສະພາແຫ່ງຊາດລາວກັບສະພາແຫ່ງຊາດຫວຽດນາມ ໃນໄລຍະຜ່ານມາ ກໍ່ຄືຢ້ັງຢືນວ່າສອງສະພາແຫ່ງຊາດຈະປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດຢ່າງມີປະສິດທິຜົນ, ໃນນັ້ນມີການເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະຕົກລົງບັນດາບັນຫາໃຫຍ່ຂອງປະເທດຊາດ.
ໂດຍ: ທູຈາງ