ຕອນບ່າຍວັນທີ 8 ຕຸລາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມຢ່າງສະໜິດສະໜົມ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ  ຕ້ອນຮັບທ່ານ ເຈິ່ນກວກເວື້ອງ. ພາບ: nhandan.com.vn.

ທີ່ການຕ້ອນຮັບ, ທ່ານ ເຈິ່ນກວກເວື້ອງ ຢັ້ງຢືນວ່າ, ຫວຽດນາມ ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວ ຢ່າງຮອບດ້ານ ແລະມີຄວາມເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງໃນພາລະກິດປ່ຽນແປງໃໝ່ກວ່າອີກ, ປະຕິບັດມະຕິກອງປະຊຸມໃຫຍ່ທີ X ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ ແລະກະກຽມຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກໃຫ້ປະສົບຜົນສໍາເລັດ. ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ເຈິ່ນກວກເວື້ອງ ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ສຸດອົກສຸກໃຈເຊິ່ງລາວ ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນກໍ່ຄືໃນພາລະກິດປ່ຽນແປງໃໝ່ໃນປະຈຸບັນ.

ທ່ານ ບຸນຍັງ ວໍລະຈິດ ຢັ້ງຢືນວ່າ, ລາວ ຈະພ້ອມກັບຫວຽດນາມ ຮັກສາສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ ແລະສືບທອດໃຫ້ຄົນຮຸ່ນຫຼັງກ່ຽວກັບສາຍພົວພັນແບບພິເສດອັນດີງາມນີ້.

ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານ ເຈິ່ນກວກເວື້ອງ ນໍາໜ້າໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງລາວ ໂດຍທ່ານພັນຄໍາ ວິພາວັນ ນໍາໜ້າ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: nhandan.com.vn.

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມ, ການພົບປະລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະແບ່ງປັນບົດຮຽນກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງວຽກງານໂຄສະນາກ່ຽວກັບມູນເຊື້ອການພົວພັນແບບພິເສດຫວຽດນາມ-ລາວ...

ໂດບ: ບົວພອນ