ຕາມແຜນການແລ້ວ, ວັນບຸນ “ນ້ຳໃຈມິດຕະພາບພິເສດຫວຽດນາມ-ລາວ ຈະໄດ້ດຳເນີນໃນ 2 ວັນ ດ້ວຍການເຂົ້າຮ່ວມຂອງການນຳບັນດາກະຊວງ, ຄະນະ, ຂະແໜງການ, ການນຳ 2 ແຂວງຜົ້ງສາລີ ແລະຫຼວງພະບາງ (ສປປ ລາວ); ຕາງໜ້າຂອງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັບລາວ.

leftcenterrightdel
ພາບປະກອບຄັດຈາກ: thoidai.com.vn. 

ໂດຍສືບທອດຜົນສຳເລັດຂອງງານລາຕີຊາວໜຸ່ມກອງທັບຫວຽດນາມ-ລາວ ປີ 2017, ຄະນະຈັດຕັ້ງຫວັງວ່າການຈັດຕັ້ງວັນບຸນ “ນ້ຳໃຈມິດຕະພາບພິເສດຫວຽດນາມ-ລາວ” ຈະປະກອບສ່ວນເຜີຍແຜ່ພາບພົດຫວຽດນາມແຫ່ງການປ່ຽນແປງໃໝ່, ພັດທະນາ ແລະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະເທດເພື່ອນມິດລາວ.

ຜ່ານນັ້ນ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ຢືນຢັນເຖິງທັດສະນະ, ແນວທາງ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ໃນການຮັກສາ, ປັບປຸງ, ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງສອງປະເທດ, ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາ... ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງແຂວງດ້ຽນບຽນກັບບັນດາແຂວງພາກເໜືອຂອງ ສປປ ລາວ ເວົ້າສະເພາະ. ໄປຄຽງຄູ່ກັນນັ້ນ, ວັນບຸນຍັງແມ່ນຂົວເຊື່ອມຕໍ່ການພົວພັນແລກປ່ຽນລະຫວ່າງບັນດາວິສາຫະກິດພາຍໃນປະເທດກັບບັນດາວິສາຫະກິດໃນບໍລິເວນແຂວງ, ປະກອບສ່ວນຊຸກຍູ້ການພັດທະນາດ້ານເສດຖະກິດໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ.

ໂດຍ: ວຽງຄຳ