leftcenterrightdel
 

ພາຍຫຼັງ​ວາງພວງມາລາ​ແລ້ວ  ສະຫາຍ ບຸນຍັງ ວໍລະຈິດ ​ໄດ້​ເຂົ້າ​ເຊັນ​ປື້​ມໄວ້ອາໄລ,  ​ໂດຍມີເນື້ອໃນວ່າ: ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ,  ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ແລະສູນກາງແນວລາວສ້າງຊາດຮູ້ສຶກເສົ້າໂສກເສຍດາຍເປັນຢ່າງຍິ່ງເມື່ອໄດ້ຮັບຂ່າວການຈາກໄປໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ໂດ໋ເມື່ອຍ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ການຈາກໄປຂອງ ສະຫາຍບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກຂອງພັກ-ລັດ ແລະປະຊາຊົນຫວຽດນາມ  ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດ  ແລະສະໜິດສະໜົມທີ່ສຸດຂອງພັກ,  ລັດ ແລະປະຊາຊົນລາວພວກຂ້າພະເຈົ້າອີກດ້ວຍ.

leftcenterrightdel
 
leftcenterrightdel
ທ່ານ ບຸນຍັງ  ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,  ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ  ແລະເຊັນປື້ມໄວ້ອາໄລ. ພາບ: ຂປລ.

ສະຫາຍ ໂດ໋ເມື່ອຍ ໄດ້ເຖິງແກ່ມໍລະນະກຳໃນວັນທີ 1 ຕຸລາ 2018 ຜ່ານມານີ້,  ລວມອາຍຸໄດ້ 101 ປີ. ສະຫາຍເປັນນັກປະຕິວັດທີ່ກ້າແກ່ນ,  ເດັດດ່ຽວຜູ້ໜຶ່ງທີ່ມີຜົນງານ ແລະມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດຂອງປະຊາຊົນຫວຽດນາມໃນເມື່ອກ່ອນກໍຄືພາລະກິດສ້າງສາພັດທະນາ ແລະປົກປັກຮັກສາປະເທດຊາດ ຂອງ ສສ ຫວຽດນາມ  ຕະຫຼອດໄລຍະເວລາ 80 ກວ່າປີຜ່ານມາ. ພ້ອມດຽວກັນນັ້ນ, ສະຫາຍ ໂດ໋ເມື່ອຍ ກໍເປັນໜຶ່ງໃນການນຳ ລຸ້ນອາວຸໂສຂອງຫວຽດນາມທີ່ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເສີມຂະຫຍາຍ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ  ແລະຫວຽດນາມຕະຫຼອດມາ.

ໃນຊ່ວງເວລາໂສກເສົ້າອາໄລຢ່າງສຸດຊຶ້ງນີ້,  ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ,  ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,  ສູນກາງແນວລາວສ້າງຊາດ ແລະປະຊາຊົນລາວຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ  ແລະແບ່ງເບົາຄວາມເສົ້າໂສກເສຍດາຍມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,  ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽດນາມ,  ສູນກາງແນວໂຮມປະເທດຊາດຫວຽດນາມ  ແລະ ປະຊາຊົນຫວຽດນາມອ້າຍນ້ອງໂດຍສະເພາະຕໍ່ຄອບຄົວ,  ຍາດຕິພີ່ນ້ອງຂອງສະຫາຍ ໂດ໋ເມື່ອຍ ມານະໂອກາດນີ້ດ້ວຍ. 

ເນື້ອໃນ: ຂປລ