ພາຍຫລັງ​ວາງ​ພວງ​ມາລາ​ແລ້ວ ສະຫາຍ ສະ​ເຫລີ​ມ​ໄຊ  ກົມມະ​ສິດ ກໍ​​່ໄດ້​ເຂົ້າ​ເຊັນປື້​ມ​ໄວ້​ອາ​ໄລ​​ໂດຍ​ໄດ້​ສະ​ແດງ​ຄວາມ​ເສົ້າ​​ສະຫລົດ​​ໃຈ​ຢ່າງ​ສຸດ​ຊຶ້ງ  ຕໍ່​ການ​ຈາກ​ໄປ​ຢ່າງ​ບໍ່​ມີ​ວັນ​ກັບ​ມາ​ຂອງ​ສະຫາຍ  ​ໂດ໋ເມື່ອ​ຍ ອະ​ດີດ​ເລຂາທິການ​ໃຫຍ່​ ຄະນະບໍລິຫານງານສູນກາງພັກ​ກອມ​ມູນິດ​ຫວຽດນາມ. ສະຫາຍ ​ໂດ໋ເມື່ອ​ຍ ​ເປັນ​ອະ​ດີດ​ຜູ້ນຳ​ຜູ້ໜຶ່ງ ທີ່​​ໄດ້​ປະກອບສ່ວນ​ສຳຄັນຢ່າງ​ບໍ່​ຮູ້​ອິດ​ເມື່ອຍ ເຂົ້າ​ໃນ​ພາລະ​ກິດ​ປົກ​ປັກ​ຮັກສາ  ​ແລະສ້າງສາ​ພັດທະນາປະ​ເທດ​ຊາດ​ຂອງ  ສສ ຫວຽດນາມ ​ແລະໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ການ​ຮັດ​ແໜ້ນ​ເສີມ​ຂະ​ຫຍາຍສາຍ​ພົວພັນ​ມິດ​ຕະພາບ​ອັນ​ຍິ່ງ​ໃຫຍ່ຄວາມ​ສາມັກຄີ​ພິ​ເສດ  ​ແລະການ​ຮ່ວມ​ມື​ຮອບດ້ານລະ​ຫວ່າງ​ສອງ​ພັກ,  ສອງ​ລັດ ​ແລະປະຊາຊົນ​ສອງ​ຊາດ ​ລາວ-ຫວຽດນາມ ​ຕະຫລອດ​ມາ.

​ໃນ​ໄລຍະເວລາເສົ້າ​ສະຫລົດ​ໃຈ​ນີ້,  ຂໍ​ສະ​ແດງ​ຄວາມ​ອາ​ໄລ​ອາວ​ອນຢ່າງ​ສຸ​ດຊຶ້ງ  ​ແລະຂໍ​ແບ່ງ​​ເບົາ​ຄວາມ​ເສົ້າ​ໂສກ​ເສຍ​ໃຈມາ​ຍັງ​ການ​ນຳ​ພັກ, ລັດຂອງ ສສ ຫວຽດນາມ  ກໍ​່ຄື ​ຄະນະ​ນຳ ​ແລະພະນັກງານສະຖານ​ເອກ​ອັກຄະ​ລັດຖະທູດ  ​ແຫ່ງ ສສ ຫວຽດນາມ ກໍ່​ຄື ​ຄອບຄົວຍາດຕິ​ພີ່​ນ້ອງ  ​ແລະເພື່ອນ​ມິດ​ຂອງ​ສະຫາຍ ໂດ໋ເມື່ອ​ຍ.

ເນື້ອໃນ: ຂປລ